ພະແນກ ຮ່ວມມືລົງທຶນ
ໜ້າທີ່ຂອງ ພະແນກຮ່ວມມືລົງທຶນ
ພະແນກຮ່ວມມືລົງທຶນ ມີໜ້າທີ່ ດັ່ງນີ້:
- ເປັນເສນາທິການ ແລະ ເປັນຈຸດປະສານງານ ໃຫ້ແກ່ ຫ້ອງການ ໃນວຽກງານຮ່ວມມືລົງທຶນໃນອົງການຈັດຕັ້ງຂອງລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ບັນດາສະຖາບັນຄົ້ນຄວ້າມະຫາວິທະຍາໄລ ແລະ ພາກທຸລະກິດ;
- ປະສານງານກັບພາກສ່ວນຕ່າງໆ ເພື່ອຍາດແຍ່ງທຶນຮອນເຂົ້າໃສ່ບັນດາແຜນການ, ແຜນງານ ແລະ ກິດຈະກໍາຂອງແຜນພັດທະນາຂະແໜງ ເຕັກໂນໂລຊີ ແລະການສື່ສານ;
- ເປັນເຈົ້າການໃນການປະສານສົມທົບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານສົ່ງເສີມການລົງທືນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
- ສະໜອງຂໍ້ມູນຂ່າວສານ, ສ້າງສະພາບແວດລ້ອມ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ຜູ້ລົງທຶນ ໃນການດຳເນີນການບໍລິການການລົງທຶນປະຕູດຽວ ແລະ ດ້ານອື່ນໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ;
- ເຂົ້າຮ່ວມກອງປະຊຸມປືກສາຫາລື ກ່ຽວກັບວຽກງານສົ່ງເສີມການລົງທືນບັນຊີກິດຈະການຄວບຄຸມ ແລະ ສຳປະທານ ທີ່ຕິດພັນກັບຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສະຫາກຳ ແລະ ການຄ້າຈັດຂື້ນຕາມບົດບາດໜ້າທີ່ ແລະ ກອງປະຊຸມຕ່າງໆທີ່ໄດ້ກຳນົດອອກ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ;
- ຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ກ່ຽວກັບການດຳເນີນກິດຈະການລົງທຶນ ແລະ ທຸລະກິດ ຂອງບັນດາວິສາຫະກິດ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໃນໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ ໃຫ້ຂັ້ນເທິງຮັບຊາບ ແລະ ຂະແໜງການກ່ຽວຂ້ອງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;
- ເປັນຈຸດໃຈກາງໃນປະສານງານປະຕູດຽວ ໃຫ້ແກ່ວຽກງານການອອກອະນຸຍາດ ດຳເນີນທຸລະກິດພາກລັດ ແລະ ເອກະຊົນ ຂອງຂະແໜງການເຕັກໂນໂລຊີ ແລະການສື່ສານ;
- ສັງລວມ ແລະ ສ້າງແຜນເຄື່ອນໄຫວປະຈຳອາທິດ, 1 ເດືອນ3 ເດືອນ 6 ເດືອນ ແລະ 1 ປີ ຂອງພະແນກພ້ອມທັງຕິດຕາມຊຸກຍູ້ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ;
- ສຶກສາຄົ້ນຄວ້າ ບັນດານະໂຍບາຍຍຸດທະສາດແຜນງານການຮ່ວມມື ດ້ານເຕັກໂນໂລຊີ ແລະ ການສື່ສານ ກັບອົງການຈັດຕັ້ງຂອງລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນບັນດາສະຖາບັນ ຄົ້ນຄວ້າມະຫາວິທະຍາໄລ ແລະ ພາກທຸລະກິດ;
- ຄົ້ນຄວ້າສັງລວມ ແລະ ສ້າງແຜນການຮ່ວມມືພາຍໃນ ທີ່ໄດ້ລົງນາມການຮ່ວມມືພ້ອມທັງ ຕິດຕາມຊຸກຍູ້ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດການຮ່ວມມື ປະຈຳ 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ;
- ເປັນເສນາທິການໃຫ້ແກ່ຫ້ອງການໃນການຄົ້ນຄວ້າ ແລະ ປະກອບຄຳເຫັນທາງດ້ານເນື້ອໃນຕໍ່ການພົບ ປະການປະຊຸມການເຈລະຈາ ການເຊັນສັນຍາ, ບົດບັນທຶກຄວາມເຂົ້າໃຈ ແລະ ເອກະສານຕ່າງໆ ໃນກອບການຮ່ວມມື ລົງທຶນ ພ້ອມທັງ ອຳນວຍຄວາມສະດວກ ແລະ ເຂົ້າຮ່ວມ ຕາມການມອບໝາຍ;
- ສຶກສາອົບຮົມ ແລະ ຍົກລະດັບພະນັກງານຂອງພະແນກ ເປັນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ຄະນະຫ້ອງການ.