ພະແນກ ຮ່ວມມືອົງການຈັດຕັ້ງສາກົນ

ໜ້າທີ່ຂອງ ພະແນກຮ່ວມມືອົງການ​ຈັດ​ຕັ້ງ​ສາກົນ

              ພະແນກຮ່ວມມືອົງການຈັດຕັ້ງສາກົນ ມີໜ້າທີ່ ດັ່ງນີ້:

  1. ເປັນໃຈກາງພົວພັນປະສານງານ ຮ່ວມປຶກສາຫາລື ແລະ ເຈລະຈາວຽກງານຮ່ວມມື ໃນຂອບອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງກັບຂະແໜງເຕັກໂນໂລຊີ ແລະ ການສື່ສານ  ຕາມການມອບໝາຍຂອງກົມ;
  2. ເປັນເສນາທິການໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ານເນື້ອໃນ ຕໍ່ການເຂົ້າເປັນພາຄີສັນຍາສາກົນ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ, ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດສັນຍາ ອະນຸສັນຍາ ແລະ ຂໍ້ຜູກພັນຕ່າງໆ ຂອງບັນດາກົມ/ທຽບເທົ່າ ເພື່ອສະຫຼຸບ ສັງລວມລາຍງານຄວາມຄືບໜ້າກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ;
  3. ຄົ້ນຄວ້າເອກະສານຕ່າງໆ, ກະກຽມເນື້ອໃນ ພົບປະສອງຝ່າຍ, ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ, ອຳນວຍຄວາມສະດວກ ແລະ ເຂົ້າຮ່ວມກອງປະຊຸມຕາມການມອບໝາຍຂອງຄະນະກົມ ໃນຂອບອົງການຈັດຕັ້ງສາກົນຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;
  4. ເປັນໃຈກາງປະສານງານ ແລະ ຂຶ້ນແຜນການເຄື່ອນໄຫວວຽກງານຕ່າງປະເທດປະຈຳປີ ໃຫ້ຄະນະນຳ ແລະ ຄະນະກົມ ໃນຂອບອົງການຈັດຕັ້ງສາກົນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  5. ຄົ້ນຄວ້າ ເອກະສານການເຊີນເຂົ້າຮ່ວມ ກອງປະຊຸມ ສຳມະນາ ຝຶກອົບຮົມ ຢູ່ພາຍໃນ ແລະ ຕ່າງປະເທດ ໃນຂອບອົງການຈັດຕັ້ງສາກົນ  ເພື່ອສະເໜີຂໍທິດຊີ້ນຳ ໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ;
  6. ຄົ້ນຄວ້າ ປະກອບຄຳເຫັນ ບັນດາເອກະສານຮ່ວມມື ຈາກພາກສ່ວນກ່ຽວຂ້ອງ (ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ) ຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ໃນຂອບອົງການຈັດຕ້ັງສາກົນ;
  7. ເຂົ້າຮ່ວມກອງປະຊຸມປະຈຳປີ ແລະ ກອງປະຊຸມປີ່ນອ້ອມ ຂອງອົງການຈັດຕັ້ງສາກົນ ທີ່ຕິດພັນກັບວຽກງານ ໄອຊີທີ/ດິຈິຕ໋ອນ ຕາມການມອບໝາຍ;
  8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກໃຫ້ຊ່ຽວຊານ ພະນັກງານ ແລະ ວິຊາການຕ່າງປະເທດ ທີ່ມາເຄື່ອນໄຫວວຽກງານຕາມສັນຍາ, ກິດຈະກຳ/ໂຄງການ ກັບກະຊວງເຕັກໂນໂລຊີ ແລະ ການສື່ສານ;
  9. ສະຫຼຸບ ສັງລວມ ແລະ ຂຶ້ນແຜນສະເໜີການຮ່ວມມື ໃນຂອບອົງການຈັດຕັ້ງສາກົນ ເປັນປະຈຳອາທິດ, ເດືອນ, 06 ເດືອນຕົ້ນ/ທ້າຍປີ ແລະ ໝົດປີ ນຳສ່ົງໃຫ້ພາກສ່ວນກ່ຽວຂ້ອງ ທັງພາຍໃນກະຊວງ ແລະ ຂະແໜງການກ່ຽວຂ້ອງ;
  10. ປະສານງານ ແລະ ​ຕິດຕາມ ການ​ປະກອບ​ພັນທະ ​ຕໍ່​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ;
  11. ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ປຶກ​ສາ​ຫາ​ລື​ດ້ານ​ວິ​ຊາ​ການ ແລະ ເຜີຍ​ແຜ່, ແນະ​ນຳ​ໃນ​ວຽກ​ງານຮ່ວມ​ມື ອົງການຈັດຕັ້ງສາກົນ ແລະ ວຽກສົ່ງເສີມວິຊາການ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  12. ຄົ້ນຄວ້າ ສະເໜີໂຄງການຮ່ວມມືຂອງພະແນກ ໃນຂອບອົງການຈັດຕັ້ງສາກົນ;
  13. ສະເໜີແຕ່ງຕັ້ງພະນັກງານຂອງພະແນກ ເຂົ້າຮ່ວມກອງປະຊຸມ ສຳມະນາ ຝຶກອົບຮົມ ຫລື ເຄື່ອນໄຫວວຽກງານຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ຕາມໜ້າທີ່ຄວາມຮັບຜິດຊອບຂອງພະແນກ;
  14. ຂຶ້ນແຜນຄວາມຕ້ອງການງົບປະມານ ເພື່ອຮັບໃຊ້ວຽກງານການຮ່ວມມືຂອງພະແນກ;
  15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE