ໂຄງຮ່າງການຈັດຕັ້ງ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ

  • ທີ່ຕັ້ງ ແລະ ພາລະບົດບາດ

          ຫ້ອງການ ອັກສອນຫຍໍ້ "ຫກ" ຂຽນເປັນພາສາສາກົນ "Cabinet" ຂຽນຫຍໍ້ "CBN" ແມ່ນໂຄງປະກອບກົງຈັກການຈັດຕັ້ງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນໍາກະຊວງ ກ່ຽວກັບວຽກງານ ບໍລິຫານ-ສັງລວມ, ວຽກງານເລຂານຸການ-ພິທີການ, ວຽກງານນິຕິກໍາ ແລະ ວຽກງານຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ໃນການອໍານວຍຄວາມສະດວກ ແລະ ເປັນໃຈກາງໃນການປະສານງານພົວພັນກັບພາກສ່ວນທີ່ກ່ຽວຂ້ອງ.

  • ໜ້າທີ່

  1. ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  2. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານບໍລິຫານ-ສັງລວມ, ວຽກງານເລຂານຸການ-ພິທີການ, ວຽກງານນິຕິກຳ ແລະ ວຽກງານຮ່ວມມືທັງພາຍໃນ ແລະ ຕ່າງປະເທດ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ​ນະ​ໂຍບາຍ​ ກ່ຽວກັບວຽກງານບໍລິຫານ-ສັງລວມ, ວຽກງານເລຂານຸການ-ພິທີການ, ວຽກງານນິຕິກຳ ແລະ ວຽກງານຮ່ວມມືທັງພາຍໃນ ແລະ ຕ່າງປະເທດ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ  ເພື່ອສະເໜີລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
  4. ຄົ້ນຄວ້າ ແລະ ກະກຽມບົດປະກອບຄຳເຫັນ, ບົດໂອ້ລົມ, ບົດຖະແຫຼງການ ແລະ ເອກະສານທາງລັດຖະການ,ກະກຽມບົດລາຍງານ ​ແລະ ບົດສະຫຼຸບຕ່າງໆ ໃຫ້ຄະນະນໍາກະຊວງ ແລະ ລາຍງານ ຫ້ອງວ່າການລັດຖະບານ, ຫ້ອງ​ວ່າການ​ປະທານປະເທດ ແລະ ພາກສ່ວນກ່ຽວຂ້ອງ;
  5. ຊຸກຍູ້, ຕິດຕາມ ແລະ ສັງລວມ ການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະໃນທົ່ວຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເພື່ອລາຍງານໃຫ້ຄະນະນຳກະຊວງ; 
  6. ຄຸ້ມຄອງເອກະສານ​ຂາ​ເຂົ້າ-ຂາ​ອອກ ແລະ ການຈໍລະຈອນເອກະສານດ້ວຍ​ລະ​ບົບ​ເອ​ເລັກ​ໂຕ​ຣນິກຢູ່ພາຍໃນກະຊວງ ໃຫ້ເປັນລະບົບລະບຽບ, ວ່ອງໄວ ແລະ ຖືກຕ້ອງຊັດເຈນໃນດ້ານຮູບແບບ, ດ້ານນິຕິໄນ ແລະ ຮັກສາໄດ້ອັນເປັນຄວາມລັບ; ຮັບ ແລະ ສົ່ງເອກະສານ​ທາງ​ລັດ​ຖະ​ການໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ແກ້ໄຂ; ເຂົ້າເລກທີ, ປະທັບກາ,ສຳ​ເນົາ ແລະ ສົ່ງ​ຄືນ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງນຳສົ່ງເອກະສານທາງລັດຖະການຂອງກະຊວງ;
  7. ປະສານສົມທົບກັບພາກສ່ວນທີ່່ກ່ຽວຂ້ອງ ກະກຽມເນື້ອໃນ ແລະ ວາລະຂອງກອງປະຊຸມ ໃຫ້ຄະນະນຳກະຊວງ; ບັນທຶກ ແລະ ແຈ້ງການກ່ຽວກັບຜົນຂອງກອງປະຊຸມໃຫ້ພາກສ່ວນກ່ຽວຂ້ອງທັງພາຍໃນກະຊວງ ແລະ ພາຍນອກ;
  8. ຮຽບຮຽງ, ກວດຜ່ານຄວາມຖືກຕ້ອງຂອງເອກະສານຕ່າງໆ ທີ່ຈະເອົາເຂົ້າສະເໜີ, ລາຍງານ, ຂໍຄໍາເຫັນຊີ້ນໍາ, ຂໍການຕົກລົງ ແລະ ຂໍລາຍເຊັນ ຈາກຄະນະນໍາກະຊວງ;
  9. ຮັບຜິດຊອບວຽກງານພິທີການ, ກະກຽມການເຄື່ອນໄຫວຂອງຄະນະນໍາກະຊວງ ແລະ ຮັບຕ້ອນແຂກທັງພາຍໃນ ແລະ ຕ່າງປະເທດຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;
  10. ເປັນໃຈກາງໃນການພົວພັນປະສານງານວຽກງານປີ່ນອ້ອມ ກັບພາກສ່ວນຕ່າງໆທັງສູນກາງ ແລະ ທ້ອງຖິ່ນກ່ຽວກັບວຽກງານຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  11. ຄຸ້ມຄອງວຽກງານຂໍ້ມູນຂ່າວສານ, ປະຊາສໍາພັນ ແລະ ສັງລວມຂໍ້ມູນເພື່ອສະໜອງເຂົ້າໃນວາລະສານໄອຊີທີ,   ສື່ພິມຕ່າງໆ, ເວັບໄຊ ແລະ ສື່ສັງຄົມອອນລາຍຂອງ ກະຊວງ;
  12. ຄົ້ນຄວ້າ, ຕິດຕາມ, ກວດກາ ແລະ ບໍາລຸງຮັກສາ ເຄື່ອງອຸປະກອນໄອຊີທີ, ເຄື່ອຂ່າຍອິນເຕີເນັດ ແລະ ຄຸ້ມຄອງອຸປະກອນຮັບໃຊ້ລະບົບຫ້ອງການທັນສະໄໝ ພາຍໃນກະຊວງ;
  13. ຂຶ້ນແຜນງົບປະມານໃນການຈັດຊື້, ກໍ່ສ້າງ, ສ້ອມແປງອາຄານ, ພາຫະນະ, ວັດຖຸອຸປະກອນຕ່າງໆ ພາຍໃນກະຊວງ;
  14. ຄົ້ນຄວ້າ, ປັບປຸງການໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ​ສັບ​ຊ້ອນ​ບຸກ​ຄະ​ລາ​ກອນ ແລະ ກຳນົດຕໍາແໜ່ງງານຂອງຫ້ອງການ ໃຫ້ສອດຄ່ອງໃນແຕ່ລະໄລຍະ;
  15. ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມສຳນັກງານ, ຮັກສາຄວາມສະຫງົບ ແລະ ຄວາມປອດໄພພາຍໃນກະຊວງ;
  16. ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ້ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ພາຍໃນຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  17. ຈັດກອງປະຊຸມປະຈໍາປີ, ກອງປະຊຸມປີ່ນອ້ອມ ຂອງກະຊວງ ຕາມການຕົກລົງເຫັນດີຂອງ ຄະນະນໍາກະຊວງ;
  18. ເປັນໃຈກາງ ໃນການປະສານງານ ພົວພັນ​ຮ່ວມ​ມື ​ທັງພາຍໃນ-ຕ່າງປະ​ເທດ ໃນ​ຂອບ​ສອງ​ຝ່າຍ, ອະ​ນຸ​ພາກ​ພື້ນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ ເພື່ອຂົນຂວາຍ ຍາດແຍ່ງການຊ່ວຍເຫລືອ​ທາງດ້ານທຶນຮອນ, ​ເຕັກ​ນິກ ແລະ ວິຊາການ ເຂົ້າໃສ່ການພັດທະນາຂະແໜງ ເຕັກໂນໂລຊີ ແລະການສື່ສານ;
  19. ປະສານງານກັບບັນດາກົມ ແລະ ທຽບເທົ່າ ໃນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ ສັນຍາ ແລະເອກະສານການຮ່ວມມື ທັງພາຍໃນ ແລະ ສາກົນ ພ້ອມທັງເກັບກຳ ​ຕິດຕາມ ແລະ ຊຸກຍູ້ ການຈັດ​ຕັ້ງປະຕິບັດ​ບັນດາໂຄງການ ​ແລະ ແຜນການຕ່າງໆ ທີ່ໄດ້ຮັບຮອງ;
  20. ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ຄະ​ນະ​ນຳກະ​ຊວງ ໃນ​ການ​ຄົ້ນ​ຄວ້າ ແລະ ປະ​ກອບ​ຄຳ​ເຫັນ​ທາງ​ດ້ານ​ເນື້ອ​ໃນ​ຕໍ່​ການ​ພົບ​ປະ​, ການ​ປະ​ຊຸມ, ການ​ເຈ​ລະ​ຈາ, ການ​ເຊັນ​ສັນ​ຍາ ແລະ ເອ​ກະ​ສານ​ຕ່າງໆ​ໃນ​ຂົງ​ເຂດ​ວຽກ​ງານ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ; ເຂົ້າຮ່ວມກອງ​ປະຊຸມ​ທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ແຜນການ, ສະ​ຖິ​ຕິ ​ແລະ ການ​ຮ່ວມ​ມື​ ​ໃນ​ຂະ​ແໜງ​ການ ​ເຕັກໂນໂລຊີ ​ແລະ ການ​ສື່ສານ   ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ນຳ​ກະຊວງ;
  21. ເປັນເຈົ້າການໃນການປະສານສົມທົບກັບພາກສວ່ນກ່ຽວຂ້ອງ ຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານສົ່ງເສີມການລົງທຶນ ທີ່ຕິດພັນກັບຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ;
  22. ເປັນໃຈກາງປະສານງານກັບພາກສວ່ນຕ່າງໆໃນວຽກງານຮ່ວມມືລົງທຶນ ໃນການເຈລະຈາຍາດແຍ່ງທຶນການຊ່ວຍເຫຼືອ ທັງພາຍໃນແລະຕ່າງປະເທດ ເພື່ອມາພັດທະນາຂະແໜງ ເຕັກໂນໂລຊີ ແລະການສື່ສານ.
  23. ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມການລົງທຶນ ບັນຊີກິດຈະການຄອບຄຸມ ແລະ ສຳປະທານ ທີ່ຕິດພັນກັບຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳແລະການຄ້າ ຈັດຂື້ນຕາມພາລະບົດບາດໜ້າທີ່ ແລະ ກອງປະຊຸມຕ່າງໆທີ່ໄດ້ກຳນົດອອກ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ;
  24. ເປັນຈຸດໃຈກາງໃນປະສານງານປະຕູດຽວ ໃຫ້ແກ່ວຽກງານອານອອກອະນຸຍາດ ດຳເນີນທຸລະກິດພາກລັດ ແລະ ເອກະຊົນ ຂອງຂະແໜງການເຕັກໂນໂລຊີ ແລະການສື່ສານ;
  25. ຊຸກຍູ້, ຕິດຕາມຄວາມຄືບໜ້າ ແລະ ປະເມີນຜົນ ໃນການດຳເນີນກິດຈະການລົງທຶນ ແລະ ທຸລະກິດ ຂອງບັນດາວິສະຫະກິດ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໃຫ້ຂັ້ນເທິງເປັນແຕ່ລະໄລຍະ;
  26. ເປັນໃຈກາງ ໃນການຄົ້ນຄວ້າ, ສ້າງ, ປັບປຸງ ນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂະແໜງ ການ ເຕັກໂນໂລຊີ ແລະ ການສື່ສານ; ປະກອບຄຳເຫັນໃສ່ ບັນດານິຕິກຳ ຂອງຂະແໜງການອື່ນ;
  27. ຝຶກອົບຮົມ ແລະ ແນະນໍາ ວຽກງານຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາກົມ/ທຽບເທົ່າ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ໃນການສ້າງ ແລະ ປັບປຸງນິຕິກໍາ;
  28. ເປັນໃຈກາງ ໃນການຕິດຕາມ,  ກວດກາ, ການໂຄສະນາ ເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂະແໜງການເຕັກໂນໂລຊີ ແລະ ການສື່ສານ;
  29. ເປັນໃຈກາງປະສານສົມທົບກັບ ບັນດາກົມ/ທຽບເທົ່າ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງນະຄອນຫຼວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ສາມສ້າງ ແລະ ວຽກງານພັດທະນາຊົນນະບົດ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ;
  30. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.
  • ຫ້ອງການ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

  1. ພະ​ແນ​ກ ບໍລິຫານ-​ຈັດ​ຕັ້ງ;
  2. ພະ​ແນ​ກ​ ເລຂານຸການ ແລະ ພິທີການ;
  3. ພະ​ແນ​ກ ສັງ​ລວມ;
  4. ພະແນກ ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ;
  5. ພະແນກ ປະຊາສຳພັນ;
  6. ພະແນກ ເຕັກນິກ ສື່ສານພາຍໃນ;
  7. ພະແນກ ຮ່ວມມືລົງທຶນ;
  8. ພະແນກ ຮ່ວມມືອານຸພາກພື້ນ;
  9. ພະແນກ ຮ່ວມມືອາຊຽນ;
  10. ພະແນກ ຮ່ວມມືທະວິພາຄີ;
  11. ພະແນກ ຮ່ວມມືອົງການ​ຈັດ​ຕັ້ງ​ສາກົນ;
  12. ພະແນກ ນິຕິກໍາ.

 

📂
ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫ້ອງການ ກຕສ

 

ຄວາມໝາຍຂອງ ກາໝາຍ ກຕສ (LOGO)
ເຟສບຸກ
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 10 ປີ (2016-2025)