ພະແນກ ເລຂານຸການ ແລະ ພິທີການ

💡
ໂຄງຮ່າງການຈັດຕັ້ງອາດມີການປ່ຽນແປງໃນໄວໆນີ້

ພະແນກເລຂານຸການ ແລະ ພິທີການ ມີໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ ກາປະທັບຂອງຄະນະນຳກະຊວງ, ເອກະສານເຂົ້າ-ອອກ ຂອງຄະນະນຳກະຊວງ ທັງລະບົບແບບເຈ້ຍ ແລະ ເອເລັກໂຕຼນິກ; ເປັນເຈົ້າການໃນການຄົ້ນ​ຄ້ວາກວດກາດ້ານນິຕິໄນ​, ສັງລວມຫຍໍ້, ຮຽບຮຽງ, ກວດກາ ຄວາມ​ຖືກຕ້ອງ​ຂອງ​ເອກະສານຕ່າງໆ ທີ່ຈະນຳສະເໜີ, ລາຍງານ, ຂໍຄຳເຫັນຊີ້ນຳ, ຂໍການຕົກລົງ, ຂໍລາຍເຊັນ ຄະນະນຳກະຊວງ ແລະ ຮັກສາຄວາມລັບ;
  2. ເປັນເສນາທິການໃຫ້ຫ້ອງການ ໃນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນວຽກລວມຂອງຫ້ອງການ ທາງດ້ານວຽກງານ ເລຂານຸການ ແລະ ພິທີການ ທີ່ລະອຽດໃນການຈັດຕັ້ງປະຕິບັດ;
  3. ເປັນ​ເລຂານຸການ​ໂດຍ​ກົງ, ສ້າງ​ ແລະ ສະຫລຸບແຜນການ​ເຄື່ອນ​ໄຫວປະຈໍາອາທິດ, ພ້ອມທັງຕິດຕາມ ການເຄື່ອນໄຫວ, ການເປັນຢູ່ຂອງລັດຖະມົນຕີ, ຮອງລັດຖະມົນຕີ;
  4. ເປັນເຈົ້າການໃນການປະສານງານກັບພາກສວ່ນຕ່າງໆ ທັງພາຍໃນ ແລະ ພາຍນອກ ເພື່ອສະໜອງຂໍ້ມູນໃນການກະກຽມເນື້ອໃນບົດຕ່າງໆ ແລະ ເອກະສານທີ່ກ່ຽວຂ້ອງ ໃຫ້ແກ່ລັດຖະມົນຕີ, ຮອງລັດຖະມົນຕີ ເພື່ອເຂົ້າຮ່ວມປະຊຸມ ທັງພາຍໃນແລະຕ່າງປະເທດ;
  5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງດ້ານພິທີການ ໃນການລົງ​​ເຄື່ອນ​ໄຫວ​ວຽກງານ ​ແລະ ການ​ເຂົ້າ​ຮ່ວມ​ພິທີ​ ເຊັນສັນຍາ, ເຊັນບົດບັນທຶກ, ຈັດກອງປະຊຸມ, ສຳມະນາ, ຮັບແຂກ ແລະ ງານລ້ຽງຕ່າງໆ ທີ່ລັດຖະມົນຕີ, ຮອງ​ລັດຖະມົນຕີ​ເຂົ້າຮ່ວມ ​ແລະ ເປັນປະທານ;
  6. ກະກຽມ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລັດຖະມົນຕີ, ຮອງ​ລັດຖະມົນຕີ ແລະ ຄະນະຫ້ອງການ ພ້ອມ​ດ້ວຍ​ຄະນະ​ໃນ​ການ​ເດີນທາງ​ໄປ​ເຄື່ອນໄຫວວຽກງານ ຢູ່ພາຍໃນ ແລະ ຕ່າງປະ​ເທດ ເປັນຕົ້ນ ກະກຽມ​ປີ້​ຍົນ, ຂອງຂວັນ,ຈອງ​ຫ້ອງ​ກຽດຕິຍົດ, ໜັງສືຜ່ານ​ແດນ ແລະ ອື່ນໆ;
  7. .5.ຜ່ານ​ແດນ, ຂອງ​ຂວັນ, ຂອງຕ້ອນ.
  8. ຄຸ້ມຄອງຫ້ອງປະຊຸມ ແລະ ຫ້ອງຮັບແຂກ, ເຄື່ອງຮັບໃຊ້ຫ້ອງປະຊຸມຂອງກະຊວງ; ປະດັບປະດາ, ສະຖານທີ່ປະຊຸມ, ຫ້ອງປະຊຸມ, ສຳມະນາ, ພິທີງານລ້ຽງ ແລະ ສະຖານທີ່ ຂອງກະຊວງ ໃຫ້ຢູ່ສະພາບພ້ອມໃຊ້ງານຕະຫຼອດເວລາ;
  9. ກະກຽມ​ບົດອວຍພອນ ແລະ ຂອງຂວັນໃຫ້ຄະນະ​ນຳ​ກະຊວງ ເພື່ອ​ອວຍພອນການນໍາຂັ້ນສູງ, ​ບຸກຄົນ​ສຳຄັນ, ອົງການ​ຈັດ​ຕັ້ງ​ຕ່າງໆ ທັງ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ ​ໃນ​ໂອກາດວັນ​ສຳຄັນ​ຂອງ​ຊາດ, ຂອງ​ສາກົນ ຫຼື ​ໃນ​ພິທີ​ສຳຄັນ​ຕ່າງໆ;
  10. ຄົ້ນຄວ້າ ແລະ ສ້າງແຜນການຈັດຝຶກອົບຮົມ, ວຽກງານເລຂານຸການ - ພິທີ່ການໃຫ້ ບັນດາກົມ/ທຽບເທົ່າ ແລະ ບັນດາ ​ພະ​ແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ;
  11. ຄົ້ນຄວ້າ ແລະ ສ້າງແຜນການຈັດຝຶກອົບຮົມ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດທັງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ພະນັກງານພາຍໃນພະແນກ;
  12. ຂຶ້ນ​ແຜນ​ເຄື່ອງຮັບໃຊ້ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາຍໃນພະແນກ​;
  13. ປະຕິບັດ​ໜ້າ​ທີ່​ອື່ນໆ ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ຫ້ອງການ.

 

ຄວາມໝາຍຂອງ ກາໝາຍ ກຕສ (LOGO)
ເຟສບຸກ
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 10 ປີ (2016-2025)