ທ່ານ ພູຂົງ ຈິດຮູບໂລກ ເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II

31/01/2023

ທ່ານ ພູຂົງ ຈິດຮູບໂລກ ເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II

         ໃນລະຫວ່າງວັນທີິ 23-27 ມັງກອນ 2023 ຜ່ານມານີ້, ທ່ານ ພູຂົງ ຈິດຮູບໂລກ, ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຫໍວັດທະນະທຳໄກສອນພົມວິຫານ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ໂດຍການເປັນປະຂອງ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ ຫຼາຍກວ່າ 100 ທ່ານ.

          ໃນການເປີດກອງປະຊຸມຄັ້ງນີ້, ກໍເພື່ອພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຕ່າງໆ ຂອງແຂວງສະຫວັນນະເຂດ ເປັນຕົ້ນແມ່ນ: ພິຈາລະນາ, ຮັບຮອງເອົາບົດ​ລາຍ​ງານຂອງອົງການປົກຄອງແຂວງ ກ່ຽວ​ກັບການຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ​-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດຂອງແຂວງ ປະຈຳປີ 2022 ແລະ ທິດທາງແຜນ​ການປະຈໍາປີ 2023, ຮັບຟັງການ​ລາຍ​ງານ ​ຈາກຫົວໜ້າພະແນກການຕ່າງໆຂອງແຂວງ ກ່ຽວ​ກັບ ການ​ຈັດຕັ້ງ​ປະຕິບັດແຜ​ນເຄື່ອນໄຫວວຽກງານຂອງພະແນກຕົນ ປະຈຳປີ 2022 ແລະ ທິດທາງແຜນ​ວຽກຈຸດສຸມ ປະຈໍາປີ 2023. ພ້ອມນີ້, ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2023 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ພິຈາລະນາ, ຮັບຮອງ ເອົາບຸກຄະລາກອນ ຂອງອົງການໄອຍະການປະຊາຊົນແຂວງ. ໃນໂອກາດດຽວກັນນີ້, ຍັງໄດ້ພິຈາລະນາຮັບຮອງເອົານິຕິກໍາທີ່ສໍາຄັນ ຂອງອົງການປົກຄອງແຂວງ 02 ສະບັບຄື:  ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ພາຍໃນແຂວງສະຫວັນນະເຂດ ແລະ ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງສະຫວັນນະເຂດ.

         ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ, ການປະກອບຄໍາເຫັນ ແລະ ການຊີ້ແຈງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ເພື່ອຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ.

          ຂ່າວໂດຍ: ຫ້ອງການ ກຕສ.

 

ຄວາມໝາຍຂອງ ກາໝາຍ ກຕສ (LOGO)
ເຟສບຸກ
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 10 ປີ (2016-2025)