ກຕສ ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ທີ່ ແຂວງ ຊຽງຂວາງ

09/02/2023

ກຕສ ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ທີ່ ແຂວງ ຊຽງຂວາງ

ໃນຕອນເຊົ້າຂອງວັນທີ 6 ກຸມພາ 2023, ທີ່ຫ້ອງວ່າການປົກຄອງ ແຂວງ ຊຽງຂວາງ ໄດ້ມີກອງປະຊຸມສໍາມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ຊຶ່ງຈັດໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ທ່ານ ຫວາຢ່າ ໝອກພູເຂົາ ຄະນະພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ, ມີບັນດາທ່ານກໍາມະການພັກແຂວງ, ຫົວໜ້າ/ຮອງຫົວໜ້າ ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫົວໜ້າ/ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ, ທະນາຄານ ທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ກໍເພື່ອເປັນການໂຄສະນາເຜີຍແຜ່ ແລະ ຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລະຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 05 ປີ (2021-2025). ກອງປະຊຸມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ວຽກງານຫັນບໍລິການລັດເປັນດິຈິຕອນ, ການຫັນດິຈິຕອນທາງດ້ານສັງຄົມ, ການຫັນດິຈິຕອນທາງດ້ານເສດຖະກິດ ແລະ ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານເຂົ້າໃນການຫັນເປັນດິຈິຕອນ ຊຶ່ງໃຫ້ກຽດບັນລະຍາຍໂດຍ ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສູນ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນເພື່ອແລກປ່ຽນຕໍ່ກັບບັນຫາຕ່າງໆທີ່ຕິດພັນກັບ ວຽກງານເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເຕັມໄປດ້ວຍບັນຍາກກາດຟົດຟື້ນ ແລະ ຢ່າງກົງໄປກົງມາ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ກຕສ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຫວາຢ່າ ໝອກພູເຂົາ ຄະນະພັກແຂວງ, ຫົວໜ້າ ພຕສ ແຂວງ ຊຽງຂວາງ ພ້ອມທັງຮັບຟັງລາຍງານຜົນການເຄື່ອນໄຫວວຽກງານຂອງພະແນກໃນໄລຍະຜ່ານ. ໃນໂອກາດດຽວກັນ ກໍໄດ້ມີພິທີມອບ-ຮັບ ລະບົບບໍລິຫານລັດດິຈິຕອນ (ລະບົບເຄື່ອຂ່າຍພາກລັດ G-Net), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການທັນສະໄໝ (E-Office), ລະບົບ E-mail, ລະບົບ G-Chat, ລະບົບ G-Web, ລະບົບ G-Share, Anti-virus ພ້ອມດ້ວຍ ຄອມພິວເຕີຕັ້ງໂຕະ ຈໍານວນ 02 ຊຸດ ແລະ ເຄື່ອງພິມເອກະສານ (Printer) ຈໍານວນ 01 ເຄື່ອງ ລວມມູນຄ່າທັງໝົດ 522 ລ້ານກວ່າກີບ. ຊຶ່ງຕາງໜ້າມອບໂດຍ ທ່ານ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ກຕສ ແລະ ຮັບໂດຍ ທ່ານ ຫວາຢ່າ ໝອກພູເຂົາ ຄະນະພັກແຂວງ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ.

ຮູບພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

ຄວາມໝາຍຂອງ ກາໝາຍ ກຕສ (LOGO)
ເຟສບຸກ
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 10 ປີ (2016-2025)