27/04/2023

ໃນລະຫວ່າງວັນທີ 11-12 ເມສາ 2023 ຜ່ານມານີ້, ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປັນປະທານກອງປະຊຸມທາງໄກ ຂອງຄະນະສ້າງແຜນຍຸດທະສາດວຽກງານ Asia-Pacific Telecommunity (APT) ສຳລັບສົກປິ 2024-2026 ຄັ້ງທີ 1 (The 1st Meeting of the Correspondence Group for the Strategic Plan of the APT for 2024-2026 (CGSP-1)), ຊຶ່ງມີບັນດາກົມ/ທຽບເທົ່າ ພາຍໃນ ກຕສ ເຂົ້າຮ່ວມຟັງ ແລະ ມີຄໍາເຫັນ ໃນນາມຕາງຫນ້າ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໃນວຽກງານ ເຕັກໂນໂລຊີ, ການສື່ສານ ແລະ ຂໍ້ມູນຂ່າວສານ ກໍຄືວຽກໂທລະຄົມມະນາຄົມ ແລະ ດິຈິຕອນ.
ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 121 ທ່ານ, ຈາກ 24 ປະເທດ ສະມາຊິກຂອງອົງການ APT ໂດຍມີຈຸດປະສົງເພື່ອປືກສາຫາລື ແລະ ແລກປ່ຽນຄໍາເຫັນກ່ຽວກັບຮ່າງແຜນຍຸດທະສາດເບື້ອງຕົ້ນຂອງອົງການ APT ສໍາລັບໄລຍະປີ 2024-2026, ລວມທັງບັນດາເອກະສານປະກອບຂອງປະເທດສະມາຊິກ ແລະ ແນວທາງການຜັນຂະຫຍາຍຮ່າງແຜນຍຸດທະສາດ APT, ຊຶ່່ງຈະຖືກເຜີຍແຜ່ໃຫ້ບັນດາປະເທດສະມາຊິກອົງການ APT ສໍາລັບການປະກອບຄໍາເຫັນ ແລະ ຄໍາແນະນໍາເພີ່ມຕື່ມ ເພື່ອສືບຕໍ່ປຶກສາຫາລືໃນກອງປະຊຸມຂອງຄະນະ ຄັ້ງທີ 2 (CGSP-2) ທີ່ຈະໄຂຂຶ້ນ ໃນວັນທ 03 ພຶດສະພາ 2023 ແລະ ເພື່ອສະເໜີຮັບຮອງເອົາໃນກອງປະຊຸມໃຫຍ່ຂອງອົງການ APT ໃນເດືອນພະຈິກ 2023. ຍຸດທະສາດດັ່ງກ່າວຈະເປັນບ່ອນອີງ ໃຫ້ແກ່ບັນດາປະເທດສະມາຊິກ ແລະ ສະມາຊິກໃນຂົງເຂດ ອາຊີ-ປາຊີຟິກ ອີງໃນການຈັດຕັ້ງຜັນຂະຫຍາຍແຜນວຽກໃນສົກປີ 2024-2026 ຮ່ວມກັນ.
ຂ່າວ: ພະແນກອົງການຈັດຕັ້ງສາກົນ, ຫ້ອງການ.
ພາບ: ພະແນກປະຊາສໍາພັນ.