ພາລະບົດບາດ ແລະ ໜ້າທີ່ ຂອງ ຫ້ອງການ ກຕສ

ທີ່ຕັ້ງ ແລະ ພາລະບົົດບາດ
ຫ້ອງການ ຂຽນເປັນຕົວອັກສອນຫຍໍ້ວ່າ “ຫກ” ຂຽນເປັນພາສາອັງກິດ “Cabinet’’ ຂຽນຫຍໍ້ “CBN” ແມ່ນກົງຈັກການຈັດຕັ້ງໜຶ່ງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດ
ເປັນເສນາທິການໃຫ້ແກ່ຄະນະນຳກະຊວງ ໃນການເປັນໃຈກາງປະສານງານພາຍໃນ-ພາຍນອກ ທາງດ້ານວຽກງານນິຕິກໍາ, ຄົ້ນຄວ້າສັງລວມ, ເລຂານຸການ, ບໍລິຫານ, ພິທີການ, ການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ, ປະຊາສໍາພັນ, ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
- ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກ;
- ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານ ນິຕິກໍາ, ຄົ້ນຄວ້າສັງລວມ, ເລຂານຸການ, ບໍລິຫານ, ພິທີການ, ການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ, ປະຊາສໍາພັນ, ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ;
- ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບການຂອງລັດ, ແຜນຍຸດທະສາດ,
ແຜນພັດທະນາຂອງ ກະຊວງ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດແຕ່ລະໄລຍະ; - ຄົ້ນຄວ້າ ແລະ ກະກຽມບົດປະກອບຄຳເຫັນ, ບົດໂອ້ລົມ, ບົດຖະແຫຼງການ, ເອກະສານທາງ
ລັດຖະການ, ບົດລາຍງານ ແລະ ບົດສະຫຼຸບຕ່າງໆຂອງຂະແໜງການ ໃຫ້ຄະນະນຳກະຊວງ,
ສົ່ງຫ້ອງວ່າການລັດຖະບານ, ຫ້ອງວ່າການປະທານປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ; - ຊຸກຍູ້, ຕິດຕາມ ແລະ ສັງລວມ ການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະໃນທົ່ວຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເພື່ອລາຍງານໃຫ້ຄະນະນໍາກະຊວງ;
- ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ແລະ ການຈໍລະຈອນເອກະສານດ້ວຍລະບົບເອເລັກໂຕຣນິກ
ຢູ່ພາຍໃນກະຊວງ ໃຫ້ເປັນລະບົບລະບຽບ, ວ່ອງໄວ ແລະ ຖືກຕ້ອງຊັດເຈນໃນດ້ານຮູບແບບ,
ດ້ານນິຕິໄນ ແລະ ຮັກສາໄດ້ອັນເປັນຄວາມລັບ; ຮັບ ແລະ ສົ່ງເອກະສານທາງລັດຖະການ
ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ແກ້ໄຂ; ເຂົ້າເລກທີ, ປະທັບກາ, ສຳເນົາ ແລະ ສົ່ງຄືນໃຫ້ພາກສ່ວນກ່ຽວຂ້ອງນຳສົ່ງເອກະສານທາງລັດຖະການຂອງກະຊວງ; - ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມເນື້ອໃນ ແລະ ວາລະຂອງກອງປະຊຸມ
ໃຫ້ຄະນະນຳກະຊວງ; ບັນທຶກ ແລະ ແຈ້ງການກ່ຽວກັບຜົນຂອງກອງປະຊຸມໃຫ້ພາກສ່ວນກ່ຽວຂ້ອງທັງພາຍໃນກະຊວງ ແລະ ພາຍນອກ; - ຮຽບຮຽງ, ກວດຜ່ານຄວາມຖືກຕ້ອງຂອງເອກະສານຕ່າງໆ ກ່ອນສະເໜີ, ລາຍງານ, ຂໍຄໍາເຫັນຊີ້ນໍາ, ຂໍການຕົກລົງ ແລະ ຂໍລາຍເຊັນ ຈາກຄະນະນໍາກະຊວງ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທາງດ້ານວຽກງານພິທີການ, ກະກຽມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະນໍາກະຊວງ ຢູ່ ສູນກາງ-ທ້ອງຖິ່ນ,
ທັງພາຍໃນ ແລະ ຕ່າງປະເທດ; - ຄຸ້ມຄອງ ແລະ ໂຄສະນາປະຊາສໍາພັນຂໍ້ມູນຂ່າວສານ ກ່ຽວກັບວຽກງານເຕັກໂນໂລຊີ ແລະ
ການສື່ສານ ຜ່ານສື່ຕ່າງໆຂອງກະຊວງ ແລະ ສະໜອງໃຫ້ແກ່ສື່ພາຍນອກ; - ປະສານສົມທົບກັບບັນດາກົມ/ທຽບເທົ່າ ໃນການນໍາໃຊ້ອຸປະກອນໄອຊີທີ, ເຄື່ອຂ່າຍອິນເຕີເນັດ ແລະ ຄຸ້ມຄອງອຸປະກອນຮັບໃຊ້ລະບົບຫ້ອງການທັນສະໄໝ ພາຍໃນກະຊວງ;
- ຂຶ້ນແຜນງົບປະມານໃນການຈັດຊື້, ກໍ່ສ້າງ, ສ້ອມແປງອາຄານ, ພາຫະນະ, ວັດຖຸອຸປະກອນຕ່າງໆ
ພາຍໃນກະຊວງ; - ຄົ້ນຄວ້າ, ປັບປຸງການໂຄງປະກອບການຈັດຕັ້ງ, ຊັບຊ້ອນບຸກຄະລາກອນ ແລະ ກຳນົດຕໍາແໜ່ງງານຂອງຫ້ອງການ ໃຫ້ສອດຄ່ອງໃນແຕ່ລະໄລຍະ;
- ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມສຳນັກງານ, ຮັກສາຄວາມສະຫງົບ ແລະ ຄວາມປອດໄພພາຍໃນກະຊວງ;
- ເປັນເສນາທິການໃຫ້ແກ່ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສຶກສາ, ຄົ້ນຄວ້າບັນດາແນວທາງ, ນະໂຍບາຍ, ນິຕິກຳ, ວິໄສທັດ, ແຜນດໍາເນີນງານແຫ່ງຊາດ, ແຜນງານ, ໂຄງການ ແລະ ກິດຈະກໍາຕ່າງໆ ກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ;
- ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ້ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ;
- ຈັດກອງປະຊຸມປະຈໍາປີ, ກອງປະຊຸມປີ່ນອ້ອມ ຂອງກະຊວງ ຕາມການຕົກລົງເຫັນດີຂອງຄະນະນໍາກະຊວງ;
- ປະສານງານການພົວພັນຮ່ວມມື ທັງພາຍໃນ-ຕ່າງປະເທດ ໃນຂອບ ອາຊຽນ, ສອງຝ່າຍ, ອະນຸພາກພື້ນ ແລະ ອົງການຈັດຕັ້ງສາກົນ ເພື່ອຂົນຂວາຍ ຍາດແຍ່ງການຊ່ວຍເຫຼືອທາງດ້ານທຶນຮອນ,
ເຕັກນິກ ແລະ ວິຊາການ ເຂົ້າໃສ່ການພັດທະນາຂະແໜງເຕັກໂນໂລຊີ ແລະການສື່ສານ; - ປະສານງານກັບບັນດາກົມ/ທຽບເທົ່າ ໃນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ, ສັນຍາ ແລະ ເອກະສານການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເກັບກຳ ຕິດຕາມ ແລະ ຊຸກຍູ້
ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນການຕ່າງໆ ທີ່ໄດ້ຮັບຮອງ; - ເປັນເສນາທິການໃຫ້ແກ່ຄະນະນຳກະຊວງ ໃນການຄົ້ນຄວ້າ ແລະ ປະກອບຄຳເຫັນທາງດ້ານເນື້ອໃນຕໍ່ການພົບປະ, ການປະຊຸມ, ການເຈລະຈາ, ການເຊັນສັນຍາ ແລະ ເອກະສານຕ່າງໆໃນຂົງເຂດ
ວຽກງານເຕັກໂນໂລຊີ ແລະ ການສື່ສານ; - ເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບວຽກງານໃນຂະແໜງການ
ເຕັກໂນໂລຊີ ແລະ ການສື່ສານ ຕາມການມອບໝາຍຂອງຄະນະນຳກະຊວງ; - ປະສານງານກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການ ວຽກງານການສົ່ງເສີມການລົງທຶນ ທີ່ຕິດພັນກັບວຽກງານຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ;
- ເຈລະຈາຍາດແຍ່ງທຶນການຊ່ວຍເຫຼືອ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມາພັດທະນາຂະແໜງການ ເຕັກໂນໂລຊີ ແລະການສື່ສານ;
- ປະສານງານກັບພາສ່ວນທີ່ກ່ຽວຂ້ອງ ໃນການອະນຸຍາດການດໍາເນີນທຸລະກິດ ທີ່ຕິດພັນກັບຂະແໜງ
ການ ເຕັກໂນໂລຊີ ແລະ ການສື່ສານ ຜ່ານລະບົບປະຕູດຽວ; - ເປັນໃຈກາງ ໃນການຄົ້ນຄວ້າ, ສ້າງ, ປັບປຸງ ນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ
ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ; ປະກອບຄຳເຫັນໃສ່ ບັນດານິຕິກຳ ຂອງຂະແໜງ ການອື່ນ; - ຝຶກອົບຮົມ ແນະນໍາທາງດ້ານວິຊາການໃຫ້ບັນດາກົມ/ທຽບເທົ່າ, ພະແນກເຕັກໂນໂລຊີ ແລະ
ການສື່ສານ ນະຄອນຫຼວງ, ແຂວງ ໃນການສ້າງ ແລະ ປັບປຸງນິຕິກໍາ; - ເປັນໃຈກາງ ໃນການຕິດຕາມ, ກວດກາ, ການໂຄສະນາ ເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂະແໜງເຕັກໂນໂລຊີ ແລະ ການສື່ສານ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ຄະນະນຳກະຊວງ.
ຂອບເຂດສິດ
- ຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ລະບຽບການຂອງລັດ, ແຜນຍຸດທະສາດ,
ແຜນພັດທະນາຂອງກະຊວງ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດແຕ່ລະໄລຍະ
ເພື່ອຈັດຕັ້ງປະຕິບັດ; - ອອກຂໍ້ຕົກລົງ, ແຈ້ງການ ແລະ ເຊັນເອກະສານອື່ນໆ ຕາມພາລະບົດບາດ ແລະ ໜ້າທີ່ ຂອງຫ້ອງການທີ່ໄດ້ກໍານົດໄວ້;
- ພົວພັນ ແລະ ປະສານສົມທົບ ກັບທຸກພາກສ່ວນທີ່ຂຶ້ນກັບກະຊວງ, ອົງການຈັດຕັ້ງພັກ-ລັດ,
ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ແລະ ບັນດາສະຖາທູດປະຈໍາ ສປປ ລາວ, ເຈົ້າໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ສູນກາງ-ທ້ອງຖິ່ນ ທີ່ພົວພັນກັບວຽກງານຂອງກະຊວງ; - ປະສານງານດ້ານວຽກງານພິທີການກັບພາກສ່ວນທີ່ກ່ຽວຂ້ອງ ໃນຂະແໜງເຕັກໂນໂລຊີ ແລະ
ການສື່ສານ; - ປະສານສົມທົບກັບບັນດາກົມ/ທຽບເທົ່າ ເພື່ອສ້າງຂະບວນການຕ່າງໆ ໃນວັນສໍາຄັນຂອງຊາດ ແລະ ສາກົນ;
- ຄຸ້ມຄອງ, ກວດກາເນື້ອໃນ, ສັງລວມຂໍ້ມູນ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານ
ເຕັກໂນໂລຊີ ແລະ ການສື່ສານ ຜ່ານສື່ຕ່າງໆ ທັງພາຍໃນ ແລະ ພາຍນອກ; - ປະສານງານສົມທົບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການນຳໃຊ້ເຄື່ອງອຸປະກອນ ໄອຊີທີ ແລະ ລະບົບຫ້ອງການທັນສະໄໝ ພາຍໃນກະຊວງ;
- ສະເໜີຍ້ອງຍໍ, ແຕ່ງຕັ້ງ, ຊັບຊ້ອນ ພະນັກງານພາຍໃນຫ້ອງການ;
- ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ແລະ ການຈໍລະຈອນເອກະສານແບບເຈ້ຍ ແລະ ແບບເອເລັກໂຕຣນິກ;
- ຂຶ້ນແຜນນໍາໃຊ້ງົບປະມານບໍລິຫານຂອງຫ້ອງການ ແລະ ກະຊວງ;
- ຄຸ້ມຄອງ, ນໍາໃຊ້, ຈັດສັນພາຫະນະ, ບຳລຸງຮັກສາ-ສ້ອມແປງອຸປະກອນ ພ້ອມທັງແຕ່ງຕັ້ງຄະນະ
ຈັດຊື້-ຈັດຈ້າງ; - ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
- ສະເໜີເຂົ້າຮ່ວມພົບປະ, ເຈລະຈາ ແລະ ເຊັນສັນຍາ, ອະນຸສັນຍາ, ບົດບັນທຶກ ແລະ ເອກະສານຮ່ວມມືກັບບັນດາອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ;
- ສະເໜີເປັນເຈົ້າພາບ ຫຼື ເປັນເຈົ້າພາບຮ່ວມກັບສາກົນ ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມ
ກ່ຽວກັບວຽກງານການຮ່ວມມື ຢູ່ ສປປ ລາວ; - ສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານສົ່ງເສີມການລົງທຶນ ທີ່ຕິດພັນກັບຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານ;
- ເຈລະຈາຍາດແຍ່ງທຶນການຊ່ວຍເຫຼືອ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມາພັດທະນາຂະແໜງການ ເຕັກໂນໂລຊີ ແລະການສື່ສານ;
- ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການອະນຸຍາດດຳເນີນທຸລະກິດພາກລັດ ແລະ ເອກະຊົນ ຜ່ານລະບົບປະຕູດຽວ;
- ຈັດພິມ ແລະ ໂຄສະນາເຜີຍແຜ່ ບັນດານິຕິກຳຂອງ ຂະແໜງການ ຕັກໂນໂລຊີ ແລະ ການສື່ສານ;
- ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມການຕົກລົງເຫັນດີ ຂອງຄະນະນຳກະຊວງ;
- ປະຕິບັດສິດອື່ນໆ ຕາມການມອບໝາຍຂອງ ຄະນະນຳກະຊວງ.
ໂຄງປະກອບກົງຈັກ
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກອບມີ:
- ພະແນກນິຕິກໍາ
- ພະແນກສັງລວມ ແລະ ເລຂານຸການ;
- ພະແນກບໍລິຫານ ແລະ ພິທີການ;
- ພະແນກຮ່ວມມືສາກົນ
- ພະແນກປະຊາສຳພັນ ແລະ ຂໍ້ມູນຂ່າວສານ;
- ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ.
>>ດາວໂຫຼດຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຫ້ອງການ<<

