ພະແນກບໍລິຫານ ແລະ ພິທີການ

ໜ້າທີ່ຂອງ ພະແນກບໍລິຫານ ແລະ ພິທີການ
- ເປັນເສນາທິການໃຫ້ແກ່ຫ້ອງການໃນການສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍແຜນລວມ, ແຜນຈັດຕັ້ງປະຕິບັດ ວຽກງານບໍລິຫານ ແລະ ພິທີການ ຂອງ ຫ້ອງການ ແລະ ກະຊວງ;
- ຄຸ້ມຄອງ ແລະ ບຳລຸງຮັກສາ ການນໍາໃຊ້ໄຟຟ້າ, ນໍ້າປະປາ, ແອປັບອາກາດ, ໂທລະສັບ, ວັດຖຸອຸປະກອນ, ພາຫະນະ, ທີ່ດິນ ແລະ ຊັບສິນ ຂອງກະຊວງ;
- ປະສານກັບເຈົ້າໜ້າທີ່ ແລະ ບໍລິສັດ ເພື່ອປ້ອງກັນຄວາມສະຫງົບ, ຄວາມປອດໄພ, ຮັກສາຄວາມລະບຽບຮຽບຮ້ອຍ ແລະ ຄວາມຈົບງາມ ພາຍໃນກະຊວງ;
- ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຈ້າງ, ຈັດຊື້ວັດຖຸອຸປະກອນ, ພາຫະນະ ຂອງກະຊວງ; ຂຶ້ນແຜນງົບປະມານ ແລະ ແຕ່ງຕັ້ງ ຄະນະຈັດຊື້-ຈັດຈ້າງ;
- ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້ ປະຈຳເດືອນ, ປະຈໍາງວດ, 6 ເດືອນຕົ້ນປີ, 6 ເດືອນທ້າຍປີ ແລະ ປະຈໍາປີ ຂອງບັນດາກົມ ຮັບໃຊ້ເຂົ້າໃນວຽກງານບໍລິຫານຂອງກະຊວງ ເພື່ອສົ່ງໃຫ້ພາກສ່ວນກ່ຽວຂ້ອງ;
- ຕິດຕາມງົບປະມານຂອງກະຊວງ ແຕ່ລະງວດ, 6 ເດືອນຕົ້ນປີ, 6 ເດືອນທ້າຍປີ ແລະ ປະຈຳປີ ເພື່ອຊໍາລະຄ່າ ນໍ້າປະປາ, ໄຟຟ້າ, ສ້ອມແປງ, ປ່ຽນຖ່າຍອາໄຫຼ່ ອຸປະກອນຕ່າງໆ ແລະ ອື່ນໆ;
- ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການຊຳລະ ແລະ ຈອງປີ້ຍົນ-ລົດໄຟ ໃຫ້ແກ່ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານລັດຖະກອນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການເດີນທາງໄປເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ກະກຽມດ້ານພິທີການຕ່າງໆ ໃຫ້ແກ່ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຄະນະຫ້ອງການ ໃນການເຄື່ອນໄຫວວຽກງານ ຢູ່ພາຍໃນ ແລະ ຕ່າງປະເທດ;
- ຄຸ້ມຄອງຫ້ອງປະຊຸມ ແລະ ຫ້ອງຮັບແຂກ, ເຄື່ອງຮັບໃຊ້ຫ້ອງປະຊຸມຂອງກະຊວງ; ປະດັບປະດາ, ສະຖານທີ່ປະຊຸມ, ຫ້ອງປະຊຸມ, ສຳມະນາ, ພິທີງານລ້ຽງ ແລະ ສະຖານທີ່ ຂອງກະຊວງ ໃຫ້ຢູ່ສະພາບພ້ອມໃຊ້ງານຕະຫຼອດເວລາ;
- ກະກຽມບົດອວຍພອນ ແລະ ຂອງຂວັນໃຫ້ຄະນະນຳກະຊວງ ເພື່ອອວຍພອນການນໍາຂັ້ນສູງ, ບຸກຄົນສຳຄັນ, ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນໂອກາດວັນສຳຄັນຂອງຊາດ, ຂອງສາກົນ ຫຼື ໃນພິທີສຳຄັນຕ່າງໆ;
- ຄຸ້ມຄອງ, ເກັບກຳສະຖິຕິພາຫະນະ ຂອງກະຊວງ ແລະ ຂຶ້ນແຜນບໍາລຸງຮັກສາ, ສ້ອມແປງພາຫະນະ ແລະ ຕຶກອາຄານ ຂອງກະຊວງ ເພື່ອຮັບໃຊ້ວຽກງານການເຄື່ອນໄຫວວຽກງານຕ່າງໆ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະນຳຫ້ອງການ.

