ພະແນກສັງລວມ ແລະ ເລຂານຸການ

ໜ້າທີ່ຂອງ ພະແນກສັງລວມ ແລະ ເລຂານຸການ
- ຄົ້ນຄວ້າ, ສັງລວມ ແລະ ຜັນຂະຫຍາຍແຜນຍຸດທະສາດ, ແຜນພັດທະນາຂອງກະຊວງ ທີ່ຕິດພັນກັບວຽກງານຫ້ອງການ ມາເປັນແຜນການ, ແຜນງານ,ໂຄງການ ແລະ ກິດຈະກຳ ລະອຽດແຕ່ລະໄລຍະເພື່ອຈັດຕັ້ງປະຕິບັດ;
- ຄຸ້ມຄອງ ເອກະສານຂາເຂົ້າຂອງກະຊວງ ແລະ ຫ້ອງການ ຖືກຕ້ອງຕາມລະບຽບ, ຈໍລະຈອນເອກະສານ ດ້ວຍລະບົບເອເລັກໂຕຣນິກ ແລະ ແບບເຈ້ຍ ຢູ່ພາຍໃນກະຊວງ ຢ່າງວ່ອງໄວ, ຖືກຕ້ອງ ແລະ ຮັກສາຄວາມລັບ; ພ້ອມທັງເປັນເຈົ້າການໃນການຄົ້ນຄວ້າກວດກາດ້ານນິຕິໄນ, ຮຽບຮຽງ, ກວດກາ ຄວາມຖືກຕ້ອງຂອງເອກະສານຕ່າງໆ ທີ່ຈະນຳສະເໜີຄະນະຫ້ອງການພິຈາລະນາ;
- ຄຸ້ມຄອງກາປະທັບຂອງກະຊວງ, ຂອງຫ້ອງການ ແລະ ເອກະສານຂາເຂົ້າ-ຂາອອກ ຂອງກະຊວງ ແລະ ຫ້ອງການ ທັງລະບົບແບບເຈ້ຍ ແລະ ເອເລັກໂຕຣນິກ; ສົ່ງເອກະສານເຖິງພາກສ່ວນກ່ຽວຂ້ອງ ພາຍໃນກະຊວງ, ບັນດາກະຊວງ, ອົງການ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ,ນະຄອນຫຼວງ ທັງແບບເຈ້ຍ ແລະ ເອເລັກໂຕຣນິກ; ເປັນເຈົ້າການໃນການຄົ້ນຄວ້າກວດກາດ້ານ
ນິຕິໄນ, ສັງລວມຫຍໍ້, ຮຽບຮຽງ, ກວດກາຄວາມຖືກຕ້ອງຂອງເອກະສານຕ່າງໆ ທີ່ຈະນຳສະເໜີ, ລາຍງານ, ຂໍຄຳເຫັນຊີ້ນຳ, ຂໍການຕົກລົງ, ຂໍລາຍເຊັນ ຄະນະນຳກະຊວງ ແລະ ຮັກສາຄວາມລັບ; - ສະຫຼຸບການຈັດຕັ້ງປະຕິບັດວຽກງານ ແລະ ແຜນການ ປະຈຳເດືອນ, ງວດ, ປີ, ກາງສະໄໝ ແລະ ທ້າຍສະໄໝ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຂອງຫ້ອງການ ພ້ອມທັງສັງລວມການຈັດຕັ້ງປະຕິບັດວຽກງານຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງ, ແຂວງ ເປັນແຕ່ລະໄລຍະ;
- ເປັນເລຂານຸການໂດຍກົງ, ສ້າງແຜນການເຄື່ອນໄຫວປະຈໍາອາທິດ ແລະ ປະສານກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ພາຍນອກ ເພື່ອສະໜອງຂໍ້ມູນໃນການກະກຽມເນື້ອໃນບົດຕ່າງໆ ແລະ ເອກະສານທີ່ກ່ຽວຂ້ອງໃຫ້ແກ່ ລັດຖະມົນຕີ, ຮອງລັດຖະມົນຕີ ເພື່ອເຂົ້າຮ່ວມປະຊຸມ ທັງພາຍໃນ ແລະ ຕ່າງປະເທດ;
- ສັງລວມຫຍໍ້ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງກະຊວງ ເພື່ອລາຍງານຕໍ່ກອງປະຊູມສ່ອງແສງປະຈຳເດືອນ;
- ຕິດຕາມ ແລະ ສັງລວມ ການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ບົດແນະນຳ ແລະ ແຈ້ງການຕ່າງໆຂອງຂັ້ນເທິງ, ການຊີ້ນຳຂອງຄະນະນຳກະຊວງຕໍ່ບັນດາກົມ/ທຽບເທົ່າ ແລະ ບັນດາພະແນກ
ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ເພື່ອສະຫຼຸບສັງລວມ, ລາຍງານ ແລະ ຂໍທິດ
ຊີ້ນຳຕໍ່ລັດຖະມົນຕີ, ຮອງລັດຖະມົນຕີ ເປັນແຕ່ລະໄລຍະ; - ເປັນໃຈກາງປະສານງານ ທັງພາຍໃນ ແລະ ພາຍນອກ ກະຊວງ, ຕິດຕາມການລົງເຄື່ອນໄຫວ
ວຽກງານຢູ່ທ້ອງຖິ່ນ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາກົມ/ທຽບເທົ່າ; ພ້ອມທັງຄົ້ນຄວ້າແບບແຜນວິທີກົນໄກປະສານງານ ເພື່ອສ້າງເປັນລະບຽບຄຸ້ມຄອງບໍລິຫານໃຫ້ສອດຄ່ອງເປັນແຕ່ລະໄລຍະ; - ສົມທົບກັບພາກສ່ວນກ່ຽວຂ້ອງຮ່າງເອກະສານທາງລັດຖະການຕ່າງໆ, ຮ່າງໝາຍນັດປະຊຸມ, ວາລະກອງປະຊຸມ, ພ້ອມທັງເຂົ້າຮ່ວມບັນທຶກກອງປະຊຸມຕ່າງໆໃຫ້ແກ່ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຫ້ອງການ;
- ຄົ້ນຄວ້າ, ຂຶ້ນແຜນການຝຶກອົບຮົມດ້ານການຄຸ້ມຄອງ ວຽກງານເອກະສານ ດ້ວຍລະບົບເອເລັກໂຕຣນິກ ແລະ ແບບເຈ້ຍ ຢູ່ພາຍໃນກະຊວງ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ,ນະຄອນຫຼວງ;
- ຂຶ້ນແຜນເຄື່ອງຮັບໃຊ້ຂອງຄະນະນຳກະຊວງ ແລະ ຄົ້ນຄວ້າສ້າງແຜນການເຄື່ອນໄຫວວຽກງານ ແລະ ແຜນງົບປະມານ ຂອງ ພະແນກ ເປັນແຕ່ລະໄລຍະ;
- ຄຸ້ມຄອງບຸກຄະລາກອນ, ເກັບກຳສະຖິຕິ, ສັງລວມການເຄື່ອນໄຫວ ຂອງພະນັກງານ-ລັດຖະກອນພາຍໃນຫ້ອງການ; ກໍານົດຕໍາແໜ່ງງານ ແລະ ຂຶ້ນແຜນຄວາມຕ້ອງການພະນັກງານ, ສະເໜີແຕ່ງຕັ້ງ, ຊັບຊ້ອນ, ປະຕິບັດລະບຽບວິໄນ ແລະ ນະໂຍບາຍຕໍ່ພະນັກງານຂອງຫ້ອງການ;
- ສັງລວມແຜນກໍ່ສ້າງ, ຍົກລະດັບ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດ ໃຫ້ພະນັກງານພາຍໃນຫ້ອງການ, ປະສານສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ໃນການສ້າງແຜນພັດທະນາບຸກຄະລາກອນພາຍໃນຫ້ອງການໃນການບຳລຸງກໍ່ສ້າງຍົກລະດັບທັງໄລຍະສັ້ນ ແລະ ໄລຍະຍາວ, ທັງພາຍໃນ ແລະ ຕ່າງປະເທດ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

