ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

 

ໜ້າທີ່ຂອງ ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

  1. ຄົ້ນຄວ້າຜັນຂະຫຍາຍ, ປະກອບຄໍາເຫັນ ຕໍ່ນະໂຍບາຍ, ນິຕິກຳ, ແນວທາງ, ວິໄສທັດ, ຍຸດທະສາດ, ແຜນດໍາເນີນງານແຫ່ງຊາດແຕ່ລະໄລຍະ ລວມທັງບັນດາສົນທິສັນຍາ, ສັນຍາ, ອະນຸສັນຍາ, ຖະແຫຼງການຂອງອາຊຽນ, ພາກພື້ນ ແລະ ສາກົນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ສ້າງເປັນແຜນດໍາເນີນງານ, ແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດຂອງ ຄກມດ ກຕສ ໃນແຕ່ລະໄລຍະ ເພື່ອນໍາສະເໜີ ຂັ້ນເທິງ ພິຈາລະນາ;
  2. ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ນິຕິກຳ, ແນວທາງ ວິໄສທັດ, ຍຸດທະສາດ, ແຜນດໍາເນີນງານແຫ່ງຊາດແຕ່ລະໄລຍະ ລວມທັງບັນດາສົນທິສັນຍາ, ສັນຍາ, ອະນຸສັນຍາ, ຖະແຫຼງການຂອງອາຊຽນ, ພາກພື້ນ ແລະ ສາກົນ ແລະ ເອກະສານອື່ນໆທີ່ກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ
    ຜົນປະໂຫຍດຂອງແມ່ ແລະ ເດັກ ໃຫ້ແກ່ພະນັກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ
    ມີຄວາມຮັບຮູ້, ເຂົ້າໃຈຄວາມສໍາຄັນຂອງວຽກງານດັ່ງກ່າວ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ເຮັດວຽກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມ
    ສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ດ້ວຍການຈັດຝຶກອົບຮົມ, ສຳມະນາ ແລະ ການຈັດກອງປະຊຸມຕ່າງໆ ໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ;
  4. ພົວພັນ ແລະ ຮ່ວມມື, ພົບປະເຈລະຈາ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເພື່ອຂົນຂວາຍເອົາການສະໜັບສະໜູນ, ການຊ່ວຍເຫຼືອທາງດ້ານທຶນຮອນ,
    ດ້ານວິຊາການ ແລະ ບົດຮຽນຕ່າງໆ ເພື່ອນໍາໃຊ້ເຂົ້າໃນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  5. ປະສານສົມທົບກັບບັນດາກົມ/ທຽບເທົ່າ, ບໍລິສັດດ້ານໂທລະຄົມ, ໄປສະນີ ອ້ອມຂ້າງ ກະຊວງ
    ເຕັັກໂນໂລຊີ ແລະ ການສື່ສານ ໃນການລາຍງານ ແລະ ສະໜອງຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ,
    ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ;
  6. ເປັນໃຈກາງໃນການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບຖອດຖອນບົດຮຽນ ການຈັັດຕັ້ງປະຕິບັດວຽກສົ່ງເສີມຄວາມກ້າວ
    ໜ້າ ຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ເພື່ອນໍາສະເໜີ ຄກມດ ກະຊວງ ພິຈາລະນາ ແລະ ລາຍງານ ຄຊກມດ ຊາບເປັນແຕ່ລະໄລຍະ;
  7. ເຂົ້າຮ່ວມກອງປະຊຸມຢູ່ພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ການສົ່ງເສີມ, ການພັດທະນາ, ການປົກປ້ອງສິດ ແລະ
    ຜົນປະໂຫຍດຂອງແມ່ ແລະ ເດັກ ຕາມພາລະບົດບາດ ແລະ ຕາມການມອບໝາຍ;
  8. ຂຶ້ນແຜນເຄື່ອງຮັບໃຊ້ສໍາລັບການເຄື່ອນໄຫວວຽກງານວິຊາສະເພາະຂອງພະແນກແຕ່ລະໄລຍະ;
  9. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE