ພະແນກ ປະຊາສໍາພັນ ແລະ ຂໍ້ມູນຂ່າວສານ

ໜ້າທີ່ຂອງ ພະແນກປະຊາສຳພັນ ແລະ ຂໍ້ມູນຂ່າວສານ
- ຄົ້ນຄວ້າ ແລະ ອອກແບບລະບົບຖານຂໍ້ມູນສະຖິຕິຂ່າວສານ, ຮູບພາບ ແລະ ພາບເຄື່ອນໄຫວ ດ້ວຍລະບົບ ເອເລັກໂຕຣນິກ, ກະດານຂ່າວແບບທັນສະໄໝ, ພິພິທະພັນມູນເຊື້ອ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
- ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ເພື່ອອອກແບບ, ປັບປຸງ, ບໍລິຫານ ແລະ ຄຸ້ມຄອງການນຳໃຊ້ ເວັບໄຊ ແລະ ສື່ສັງຄົມອອນລາຍ ຂອງກະຊວງ ແລະ ຫ້ອງການ;
- ຄົ້ນຄວ້າສັ່ງຈອງ, ຈັດຊື້ ປື້ມ, ວາລະສານ, ໜັງສືພິມ, ບົດຄົ້ນຄວ້າ ແລະ ເອກະສານອື່ນໆ ໃຫ້ແກ່ຄະນະນໍາກະຊວງ, ບັນດາກົມ/ທຽບເທົ່າ ແລະ ເກັບຮັກສາໄວ້;
- ຄົ້ນຄວ້າຂໍ້ມູນ, ກວດແກ້, ຮຽບຮຽງ ເນື້ອໃນບົດສໍາພາດ, ບົດຖະແຫຼງຂ່າວ, ຂ່າວການເຄື່ອນໄຫວວຽກງານຂອງ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ກ່ອນອອກເຜີຍແຜ່ ແລະ ສະໜອງໃຫ້ພາກສ່ວນພາຍນອກ;
- ຄົ້ນຄວ້າສ້າງ, ກວດແກ້ ແລະ ຮຽບຮຽງເນື້ອໃນ ປື້ມມູນເຊື້ອ ຂອງຂະແໜງການ ເຕັກໂນໂລຊີ ແລະ
ການສື່ສານ; - ຄົ້ນຄວ້າອອກແບບ ແລະ ຈັດພິມ ປື້ມ, ວາລະສານ, ປະຕິທິນ, ປ້າຍຄໍາຂວັນ ແລະ ສື່ສິ່ງພິມອື່ນໆ ຂອງ ກະຊວງ ເປັນແຕ່ລະໄລຍະ;
- ຄົ້ນຄວ້າສ້າງລະບຽບ ການນຳໃຊ້ ແລະ ຮັກສາ ບັນດາອຸປະກອນໄອຊີທີ ເພື່ອຮັບໃຊ້ວຽກງານບໍລິຫານຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ;
- ຄົ້ນຄວ້າອອກແບບ ລະບົບຮັກສາຄວາມປອດໄພ ແລະ ລະບົບເຂົ້າ-ອອກ ຂອງຕຶກສໍານັກງານກະຊວງ;
- ຄຸ້ມຄອງ, ຕິດຕາມ, ບຳລຸງຮັກສາ ແລະ ປະເມີນການນໍາໃຊ້ບັນດາອຸປະກອນເຄືອຂ່າຍ, ອຸປະກອນໄອທີ, ລະບົບຫ້ອງປະຊຸມທັນສະໄໝ, ລະບົບຮັກສາຄວາມປອດໄພ, ລະບົບເຂົ້າ-ອອກ ຂອງຕຶກສຳນັກງານ ເພື່ອຮັບໃຊ້ວຽກງານ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
- ຕິດຕາມ, ເກັບກໍາ ແລະ ເລືອກເຟັ້ນບັນດາບົດຂ່າວ, ພາບການເຄື່ອນໄຫວຂອງຄະນະນໍາ ກະຊວງ,ບັນດາກົມ/ທຽບເທົ່າ ແລະ ສາມອົງການຈັດຕັ້ງມະຫາຊົນ ຢູ່ສູນກາງ-ທ້ອງຖິ່ນ ແລະ ຕ່າງປະເທດ ເພື່ອເຜີຍແຜ່ໃນເວັບໄຊ, ໜັງສືພິມ, ວະລະສານ ແລະ ສື່ອື່ນໆ ເປັນປະຈໍາວັນ, ເດືອນ ແລະ ປີ;
- ປະສານຫາສໍານັກງານຂ່າວ ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ອື່ນໆ ເພື່ອເກັບກໍາເອົາຂ່າວ ແລະ
ອອກຂ່າວ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນແຕ່ລະໄລຍະ; - ເກັບກໍາ, ຕິດຕາມ ແລະ ກວດກາ ການນຳໃຊ້ອິນເຕີເນັດ ຂອງກະຊວງເຕັກໂນໂລຊີ ແລະ
ການສື່ສານ ໃນແຕ່ລະປີ; - ຊຸກຍູ້, ຕິດຕາມ ການນໍາໃຊ້ບັນດາລະບົບການບໍລິການທັນສະໄໝ ແລະ ແອັບພລິເຄເຊິນ ເພື່ອຮັບໃຊ້ວຽກບໍລິຫານ ຂອງຫ້ອງການ ແລະ ກະຊວງ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ;
- ຄົ້ນຄວ້າ ແລະ ສ້າງແຜນການຈັດສຳມະນາ ແລະ ຝຶກອົບຮົມ ໃນຫົວຂໍ້ຕ່າງໆທີ່ຕິດພັນກັບວຽກງານປະຊາສໍາພັນ ແລະ ຂໍ້ມູນຂ່າວສານ ໃຫ້ບັນດາກົມ/ທຽບເທົ່າ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງ, ແຂວງ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

