ພະແນກຮ່ວມມືສາກົນ

ໜ້າທີ່ຂອງ ພະແນກຮ່ວມມືສາກົນ
- ເປັນໃຈກາງໃນການພົວພັນປະສານງານ, ຮ່ວມປຶກສາຫາລື ແລະ ເຈລະຈາວຽກງານຮ່ວມມືສອງຝ່າຍ, ອາຊຽນ, ອະນຸພາກພື້ນ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງກັບຂະແໜງເຕັກໂນໂລຊີ ແລະ ການສື່ສານ ຕາມການມອບໝາຍຂອງຂັ້ນເທິງ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າເຮັດບົດລາຍງານ ກະກຽມເນື້ອໃນເອກະສານຕ່າງໆ, ກະກຽມເນື້ອໃນພົບປະ, ການປະຊຸມ, ການເຈລະຈາ, ການເຊັນສັນຍາ ດ້ານວຽກງານ
ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງປະເທດ ພ້ອມທັງເຂົ້າຮ່ວມ ແລະ ອຳນວຍຄວາມສະດວກໃນຂອບສອງຝ່າຍ, ອາຊຽນ, ອານຸພາກພື້ນ ແລະ ອົງການຈັດຕັ້ງສາກົນ; - ເປັນເສນາທິການໃນການຄົ້ນຄວ້າ ແລະ ປະກອບຄຳເຫັນດ້ານເນື້ອໃນ ຕໍ່ການເຂົ້າເປັນພາຄີສັນຍາສາກົນ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ, ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາ ແລະ ຂໍ້ຜູກພັນຕ່າງໆຂອງບັນດາກົມ, ສູນ, ອົງການ, ສະຖາບັນ ເພື່ອສະຫຼຸບສັງລວມລາຍງານຄວາມຄືບໜ້າກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ;
- ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການ, ກິດຈະກຳ ແລະ ແຜນການຕ່າງໆ ຈາກພາກສ່ວນກ່ຽວຂ້ອງຢູ່ພາຍໃນກະຊວງ ແລະ ພາຍນອກ ໃນຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ໃນຂອບສອງຝ່າຍ, ອາຊຽນ, ອະນຸພາກພື້ນ ແລະ ອົງການຈັດຕັ້ງສາກົນ;
- ເປັນໃຈກາງປະສານງານ ແລະ ຂຶ້ນແຜນການເຄື່ອນໄຫວວຽກງານຕ່າງປະເທດປະຈຳປີ ໃຫ້ຄະນະນຳ ກະຊວງ ໃນຂອບສອງຝ່າຍ, ອາຊຽນ, ອະນຸພາກພື້ນ ແລະ ອົງການຈັດຕັ້ງສາກົນ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
- ຄົ້ນຄວ້າ ເອກະສານການເຊີນເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ ຢູ່ພາຍໃນ ແລະ ຕ່າງປະເທດ ໃນຂອບສອງຝ່າຍ, ອາຊຽນ, ອະນຸພາກພື້ນ ແລະ ອົງການຈັດຕັ້ງສາກົນ ເພື່ອນຳສະເໜີຄະນະນຳກະຊວງພິຈາລະນາ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກໃຫ້ຊ່ຽວຊານ, ພະນັກງານ ແລະ ວິຊາການຕ່າງປະເທດ ທີ່ມາເຄື່ອນໄຫວວຽກງານຕາມສັນຍາ, ກິດຈະກຳ, ໂຄງການ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຂອບສອງຝ່າຍ, ອາຊຽນ, ອານຸພາກພື້ນ ແລະ
ອົງການຈັດຕັ້ງສາກົນ; - ປະສານງານ ແລະ ຕິດຕາມ ການປະກອບພັນທະທີ່ຕິດພັນກັບວຽກງານອາຊຽນ ແລະ ອົງການ
ຈັດຕັ້ງສາກົນຕ່າງໆ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ ແລະ ດໍາເນີນການຂໍອະນຸມັດປະກອບພັນທະຕາມລະບຽບການ; - ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ຕິດຕາມ ແລະ ສະຫຼຸບລາຍງານສະພາບການ ຂອງວຽກງານຮ່ວມມືສອງຝ່າຍ, ອາຊຽນ, ອານຸພາກພື້ນ ແລະ ອົງການຈັດຕັ້ງສາກົນ, ວຽກເຈລະຈາ ແລະ ວຽກສົ່ງເສີມວິຊາການ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະໃຫ້ຂັ້ນເທິງຮັບຊາບ ຫຼື ພາກສ່ວນກ່ຽວຂ້ອງຕາມການມອບໝາຍ;
- ຈັດກອງປະຊຸມສຳມະນາ ປຶກສາຫາລືດ້ານວິຊາການ ແລະ ເຜີຍແຜ່, ແນະນຳໃນວຽກງານຮ່ວມມືສອງຝ່າຍ, ອາຊຽນ, ອານຸພາກພື້ນ ແລະ ອົງການຈັດຕັ້ງສາກົນ, ວຽກເຈລະຈາ ແລະ ວຽກສົ່ງເສີມວິຊາການ ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
- ສະຫຼຸບ, ສັງລວມ ແລະ ຂຶ້ນແຜນສະເໜີການຮ່ວມມື ໃນຂອບສອງຝ່າຍ, ອາຊຽນ, ອານຸພາກພື້ນ ແລະ ອົງການຈັດຕັ້ງສາກົນ ເປັນປະຈຳອາທິດ, ເດືອນ, 06 ເດືອນ ແລະ ປີ ນໍາສົ່ງໃຫ້ພາກສ່ວນກ່ຽວຂ້ອງ ທັງພາຍໃນກະຊວງ ແລະ ຂະແໜງການກ່ຽວຂ້ອງ;
- ສະເໜີແຕ່ງຕັ້ງພະນັກງານຂອງພະແນກ ເຂົ້າຮ່ວມກອງປະຊຸມ ສຳມະນາ ຝຶກອົບຮົມ ຫຼື ເຄື່ອນໄຫວວຽກງານຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ຕາມໜ້າທີ່ຄວາມຮັບຜິດຊອບຂອງພະແນກ;
- ຄົ້ນຄວ້າສ້າງແຜນການເຄື່ອນໄຫວວຽກງານ ແລະ ແຜນງົບປະມານ ຂອງພະແນກ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

