ພະແນກ ນິຕິກໍາ

 

ໜ້າທີ່ຂອງ ພະແນກນິຕິກໍາ

  1. ສັງລວມນິຕິກໍາ, ແຜນການສ້າງ ຫຼື ປັບປຸງ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຂອງກົມ, ສູນ, ອົງການ ແລະ ສະຖາບັນ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  2. ສັງລວມ, ຕິດຕາມ ບັນດາກົດໝາຍ, ດໍາລັດ, ແຜນຍຸດທະສາດ ຂອງກົມ, ສູນ, ອົງການ ແລະ
    ສະຖາບັນ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະນໍາສະເໜີເຂົ້າພິຈາລະນາ
    ໃນກອງປະຊຸມລັດຖະບານ ປະຈໍາປີ;
  3. ເປັນເຈົ້າການໃນການປະສານສົມທົບກັບບັນດາກົມ ກວດກາຄວາມສອດຄ່ອງດ້ານນິຕິກຳຂອງບົດບັນທຶກຄວາມເຂົ້າໃຈ, ສັນຍາຮ່ວມມື ແລະ ສັນຍາອື່ນ ກ່ອນນຳສະໜີ ຄະນະນຳກະຊວງ ພິຈາລະນາລົງນາມ;
  4. ຄົ້ນຄວ້າ, ປຶກສາຫາລື, ເຈລະຈາ, ປະກອບຄຳເຫັນທາງດ້ານນິຕິກຳຕໍ່ການສ້າງ, ປັບປຸງ, ຕໍ່ອາຍຸ ຫຼື ອື່ນໆ ຂອງບົດບັນທຶກຄວາມເຂົ້າໃຈ, ສັນຍາຮ່ວມມື ແລະ ສັນຍາຂອງໂຄງການລົງທຶນ;
  5. ເກັບກຳ, ສັງລວມ, ຕິດຕາມ ແລະ ປະເມີນຜົນບົດບັນທຶກຄວາມເຂົ້າໃຈ, ສັນຍາຮ່ວມມື ແລະ ສັນຍາອື່ນທີ່ຈັດຕັ້ງປະຕິບັດໃນແຕ່ລະໄລຍະ ເພື່ອລາຍງານຄະນະນຳຮັບຊາບ ພ້ອມທັງສົມທົບກັບກົມວິຊາການ ເພື່ອສ້າງຄວາມເຂົ້າໃຈຕໍ່ບົດບັນທຶກຄວາມເຂົ້າໃຈ, ສັນຍາຮ່ວມມື ແລະ ສັນຍາ
    ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
  6. ເປັນຈຸດປະສານງານວຽກງານລົງທຶນປະຕູດຽວຂອງກະຊວງ ເພື່ອສັງລວມ, ຄົ້ນຄວ້າ ແລະ ປະກອບຄຳເຫັນ ໂດຍສົມທົບບັນດາກົມວິຊາການ ແລະ ພາກສ່ວນອື່ນໃຫ້ສອດຄ່ອງດ້ານນິຕິກຳ;
  7. ຄຸ້ມຄອງຖານຂໍ້ມູນນິຕິກຳຂອງກະຊວງ;
  8. ຊຸກຍູ້, ຕິດຕາມ ແລະ ເຂົ້າຮ່ວມ ການຄົ້ນຄວ້າ, ສ້າງ ຫຼື ປັບປຸງ ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ທັນຕາມແຜນການທີ່ໄດ້ກຳນົດໄວ້ ພ້ອມທັງລາຍງານຕໍ່ຄະນະຫ້ອງການ, ຄະນະນຳກະຊວງ ເປັນແຕ່ລະໄລຍະ;
  9. ຄົ້ນຄວ້າປະກອບຄໍາເຫັນ, ເຂົ້າຮ່ວມກອງປະຊຸມ ຕໍ່ຮ່າງນິຕິກຳ ຂອງບັນດາກະຊວງ, ອົງການ
    ຕາມການມອບໝາຍ;
  10. ກວດກາ, ຮຽບຮຽງ ແລະ ຢັ້ງຢືນຄວາມຖືກຕ້ອງເປັນຄັ້ງສຸດທ້າຍ ຂອງຮ່າງຂໍ້ຕົກລົງ, ຄຳແນະນຳ ຂອງກົມ, ສູນ, ອົງການ ແລະ ສະຖາບັນ ກ່ອນນໍາສະເໜີຄະນະນໍາກະຊວງພິຈາລະນາຮັບຮອງລົງລາຍເຊັນປະກາດໃຊ້;
  11. ປະສານສົມທົບກັບບັນດາກົມ, ສູນ, ອົງການ ແລະ ສະຖາບັນ ກ່ຽວກັບວຽກງານໂຄສະນາເຜີຍແຜ່ ການຜັນຂະຫຍາຍ ກົດໝາຍ ແລະ ນິຕິກຳ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
  12. ປະສານສົມທົບກັບບັນດາກົມ, ສູນ, ອົງການ, ສະຖາບັນ ແລະ ພະແນກເຕັກໂນໂລຊີ ແລະ
    ການສື່ສານ ນະຄອນຫຼວງ, ແຂວງ ເກັບກຳຂໍ້ມູນ, ສະຫຼຸບສັງລວມ, ຕີລາຄາ, ປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ແລະ ບັນດານິຕິກຳ ຂອງຂະແໜງການ ເຕັກໂນໂລຊີ ແລະ
    ການສື່ສານ ວາງອອກ;
  13. ກວດກາ ແລະ ຄົ້ນຄວ້າ ນິຕິກຳຂອງຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ວາງອອກ
    ທີ່ເຫັນວ່າບໍ່ສອດຄອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ຫຼື ຂັດກັບລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ;
  14. ນຳເອົາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ທີ່ປະກາດໃຊ້ແລ້ວ ໄປລົງໃນຈົດໝາຍເຫດທາງລັດຖະການ, ກະຊວງຍຸຕິທຳ;
  15. ເປັນຈຸດປະສານງານວຽກງານນິຕິກຳ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
  16. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE