27/01/2026
ເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານ ຜູ້ທີ່ຮັບຜິດຊອບການສະໜອງຂໍ້ມູນຂ່າວສານ ຂອງຫ້ອງການ, ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງວຽກງານປະຊາສໍາພັນ, ຄວາມຮູ້ພື້ນຖານໃນການຂຽນຂ່າວ, ການນໍາໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນວຽກງານປະຊາສໍາພັນ. ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບ ໃນຫົວຂໍ້: ສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ຂຶ້ນທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກຕສ. ໂດຍການເປັນປະທານກ່າວເປີດ ໂດຍ ທ່ານ ນາງ ຈັນອົບ ສີຫາລາດ ຮອງຫົວໜ້າຫ້ອງການ ກຕສ ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ວິຊາການ ພ້ອມດ້ວຍບັນດານັກວິທະຍາກອນ ຈາກບັນດາກົມ/ທຽບເທົ່າ, ພາຍໃນກະຊວງເຂົ້າຮ່ວມ.


ການຝຶກອົບຮົມຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ເພື່ອແນໃສ່ໃຫ້ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານ ປະຊາສໍາພັນ ກໍຄື ຜູ້ທີ່ຮັບຜິດຊອບວຽກງານຂ່າວສານ ຂອງ ບັນດາກົມ/ທຽບເທົ່າ ຈະໄດ້ຮຽນຮູ້ພື້ນຖານການຂຽນຂ່າວ, ການກວດແກ້-ຮຽບຮຽງ, ການໃຊ້ເຄື່ອງມືເຕັກໂນໂລຊີໃນການປະຊາສໍາພັນ ແລະ ວິທີການຕອບໂຕ້ຂ່າວທີ່ບໍ່ຖືກຕ້ອງ ທີ່ຕິດພັນກັບກົມ/ທຽບເທົ່າ ໃຫ້ທ່ວງທັນກັບສະພາບການ. ທັງນີ້, ກໍເພື່ອຮັບປະກັນ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ການເຄື່ອນໄຫວວຽກງານຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດອອກສູ່ສັງຄົມ ກໍຄືປະຊາຊົນໄດ້ຮັບຮູ້ຢ່າງວ່ອງໄວ, ຊັດເຈນ ແລະ ທົ່ວເຖິງ.
:
ການຝຶກອົບຮົມດັ່ງກ່າວ ຈະໄດ້ດໍາເນີນໄປເປັນເວລາ 05 ວັນ ໃນລະຫວ່າງວັນທີ 26-30 ມັງກອນ 2026 ຈຶ່ງຈະສໍາເລັດ.



ຕອນທ້າຍຂອງພິທີ, ທ່ານ ຫົວໜ້າຫ້ອງການ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ໄດ້ເອົາໃຈໃສ່ໃນການດໍາເນີນການຝຶກອົບຮົມຄັ້ງນີ້ ຈົນປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ຍັງໄດ້ເນັ້ນໜັກຕໍ່ນັກສໍາມະນາກອນ ໃຫ້ນໍາເອົາບົດຮຽນ ແລະ ປະສົບການໃນການຝຶກຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນກວ່າເກົ່າ. ທ່ານ ຍັງໄດ້ເນັ້ນຕໍ່ຄະນະຮັບຜິດຊອບ ໃຫ້ຄົ້ນຄວ້າຍົກລະດັບການຝຶກອົບຮົມໃນຕໍ່ໜ້າໃນ ໂດຍໃຫ້ມີການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ວຽກງານປະຊາສໍາພັນຂອງກະຊວງ ມີບົດບາດ ແລະ ນັບມື້ນັບເຂັ້ມແຂງຂຶ້ນກວ່າເກົ່າ.
:
ຊຸດຝຶກອົບຮົມຄັ້ງນີ້ ໄດ້ດໍາເນີນແຕ່ວັນທີ 26-28 ມັງກອນ 2026, ທີ່ຫ້ອງປະຊຸມຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.









