29/01/2026
ພະແນກປະຊາສຳພັນ, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປິດຊຸດຝຶກອົບຮົມໃນຫົວຂໍ້: “ສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ”, ໂດຍການເປັນຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານ-ວິຊາການ ພ້ອມດ້ວຍບັນດານັກວິທະຍາກອນ ຈາກບັນດາກົມ/ທຽບເທົ່າ, ພາຍໃນກະຊວງເຂົ້າຮ່ວມ ຈໍານວນ 35 ກວ່າທ່ານ, ຍິງ 14 ທ່ານ.


ໃນພິທີ, ທ່ານ ບິນລີ້ ສີສຸລາດ, ຫົວໜ້າພະແນກປະຊາສໍາພັນ ໄດ້ລາຍງານຜົນສໍາເລັດຂອງການຈັດຝຶກອົບຮົມ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ຕໍ່ທ່ານປະທານຊາບ. ການຝຶກອົບຮົມຄັ້ງນີ້ ໄດ້ນໍາສະເໜີຫຼາກຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ ຄວາມໝາຍຄວາມສໍາຄັນຂອງວຽກງານປະຊາສໍາພັນໃນຍຸກດິຈິຕອນ, ການຂຽນຂ່າວ, ການກວດແກ້-ຮຽບຮຽງຂ່າວ, ວິທີການຕອບໂຕ້ຂ່າວປອມ, ຄວາມຮູ້ພື້ນຖານການຖ່າຍພາບໃນພິທີທາງການ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານປະຊາສໍາພັນ ເຊັ່ນ: ການໃຊ້ໂປຣແກຣມ Canva, ການນໍາໃຊ້ລະບົບປັນຍາປະດິດ (AI) ໃນການສ້າງເນື້ອຫາ, ຮູບພາບ ແລະ ສຽງ ເປັນຕົ້ນ, ໂດຍມີນັກວິທະຍາກອນຜູ້ມີປະສົບການສູງ ຈາກພະແນກປະຊາສໍາພັນ ແລະ ວິທະຍາກອນຮັບເຊີນຈາກ ກົມເຕັກໂນໂລຊີດິຈິຕອນ ແລະ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ພັດປ່ຽນກັນຂຶ້ນນໍາສະເໜີ.
ພ້ອມນີ້, ຍັງໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ຈໍານວນ 28 ທ່ານ, ຍິງ 12 ທ່ານ, ໂດຍໃຫ້ກຽດຂຶ້ນມອບຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພາຍຫຼັງສໍາເລັດພິທີ, ຕາງໜ້ານັກສໍາມະນາກອນ ກໍໄດ້ຂຶ້ນກ່າວຄວາມຮູ້ສຶກ ແລະ ທັດສະນະລວມ ຕໍ່ຜົນສໍາເລັດຂອງການຝຶກອົບຮົມ ຊຶ່ງໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນຂອງວຽກງານປະຊາສໍາພັນ.


ຕອນທ້າຍຂອງພິທີ, ທ່ານ ຫົວໜ້າຫ້ອງການ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ໄດ້ເອົາໃຈໃສ່ໃນການດໍາເນີນການຝຶກອົບຮົມຄັ້ງນີ້ ຈົນປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ຍັງໄດ້ເນັ້ນໜັກຕໍ່ນັກສໍາມະນາກອນ ໃຫ້ນໍາເອົາບົດຮຽນ ແລະ ປະສົບການໃນການຝຶກຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນກວ່າເກົ່າ. ທ່ານ ຍັງໄດ້ເນັ້ນຕໍ່ຄະນະຮັບຜິດຊອບ ໃຫ້ຄົ້ນຄວ້າຍົກລະດັບການຝຶກອົບຮົມໃນຕໍ່ໜ້າໃນ ໂດຍໃຫ້ມີການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ວຽກງານປະຊາສໍາພັນຂອງກະຊວງ ມີບົດບາດ ແລະ ນັບມື້ນັບເຂັ້ມແຂງຂຶ້ນກວ່າເກົ່າ.
:
ຊຸດຝຶກອົບຮົມຄັ້ງນີ້ ໄດ້ດໍາເນີນແຕ່ວັນທີ 26-28 ມັງກອນ 2026, ທີ່ຫ້ອງປະຊຸມຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.






