ລັດຖະມົນຕີ ກຕສ ລົງຊຸກຍູ້ວຽກງານຢູ່ ຫ້ອງການກະຊວງ

12/02/2026

ລັດຖະມົນຕີ ກຕສ ລົງຊຸກຍູ້ວຽກງານຢູ່ ຫ້ອງການກະຊວງ

ເພື່ອປະຕິບັດຕາມແຜນການເຄື່ອນໄຫວຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດວຽກງານ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໃນຕອນບ່າຍຂອງວັນທີ 11 ກຸມພາ 2026, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກຕສ ໄດ້ລົງເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍມີ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກຕສ, ຜູ້ຊີ້ນໍາວຽກງານ ຫ້ອງການ, ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ, ບັນດາຄະນະຫ້ອງການ, ຜູ້ຊ່ວຍວຽກຄະນະນໍາກະຊວງ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ພວງປະເສີດ ແກ້ວສຸວັນ ໄດ້ລາຍງານໂດຍຫຍໍ້ ສະພາບການຈັດຕັ້ງປະຕິບັດວຽກງານຂອງ ຫ້ອງການ ໃນໄລຍະ 05 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 05 ປີຕໍ່ໜ້າ (2026-2030). ກອງປະຊຸມຍັງໄດ້ເປີດກວ້າງໃຫ້ພະນັກງານພາຍໃນຫ້ອງການ ໄດ້ປະກອບຄໍາຄິດເຫັນ ແລະ ສະເໜີບັນຫາຕ່າງໆໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີຈໍານວນໜຶ່ງ ເພື່ອຮັບປະກັນເຮັດໃຫ້ການຂັບເຄື່ອນວຽກງານຂອງຫ້ອງການ ກ້າວໄປສູ່ການຫັນເປັນທັນສະໄໝໃຫ້ຮອບດ້ານ. ພ້ອມນັ້ນ, ກໍເສີມຂະຫຍາຍຄວາມເປັນເຈົ້າການໃນການປະຕິບັດຄໍາຂວັນ 03 ດີ ຄື: ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ຮັບໃຊ້ທີ່ດີ.

ຕອນທ້າຍ ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ທ່ານ ລັດຖະມົນຕີ ຊຶ່ງເຕັ້ມໄປດ້ວຍຄວາມໝາຍອັນສໍາຄັນຢ່າງຍິ່ງ ປຽບເໝືອນເຂັມຊີ້ທິດເຍືອງທາງໃຫ້ແກ່ອ້າຍນ້ອງພະນັກງານພາຍໃນຫ້ອງການ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານ ໂດຍສະເພາະແມ່ນການໝູນໃຊ້ເຄື່ອງມືທີ່ທັນສະໄໝເຂົ້າສູ່ວຽກງານ ເພື່ອເຮັດໃຫ້ ຫ້ອງການ ກາຍເປັນແບບຢ່າງໃນການຫັນເປັນທັນສະໄໝ.

ພາບ ແລະ ຂ່າວ: ພະແນກປະຊາສໍາພັນ

 

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE