27/07/2026
ເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານປະຊາສໍາພັນ ໃຫ້ແກ່ພະນັກງານ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້ (ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງອັດຕະປື, ແຂວງເຊກອງ), ສະນັ້ນ, ຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈຶ່ງໄດ້ຈັດຝຶກອົບຮົມຄັ້ງນີ້ຂຶ້ນ, ໃນວັນທີ 27 ກໍລະກົດ 2026. ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ນາງ ຈັນອົບ ສີຫາລາດ ຮອງຫົວໜ້າຫ້ອງການ ກຕສ ແລະ ທ່ານ ສົມຈິດ ໂພທິສານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ມີຕາງໜ້າຈາກພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 04 ແຂວງ ແລະ ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ-ວິຊາການພາຍໃນ ພຕສ ແຂວງຈໍາປາສັກເຂົ້າຮ່ວມ ຫຼາຍກວ່າ 30 ທ່ານ.

ການຝຶກອົບຮົມຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 27-28 ກໍລະກົດ 2026), ບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຫຼາກຫຼາຍຫົວຂໍ້ທີ່ສໍາຄັນ ຈາກນັກວິທະຍາກອນຜູ້ທີ່ມີປະສົບການ ຈາກພາກສ່ວນ ກົມເຕັກໂນໂລຊີດິຈິຕອນ, ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນເຊັ່ນ: ຄວາມຮູ້ພື້ນຖານການຂຽນຂ່າວ, ການນໍາໃຊ້ປັນຍາປະດິດ (AI) ແລະ ການນໍາໃຊ້ Canva ເຂົ້າໃນວຽກງານປະຊາສໍາພັນ ເພື່ອແນໃສ່ໃຫ້ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານ ປະຊາສໍາພັນ ກໍຄື ຜູ້ທີ່ຮັບຜິດຊອບວຽກງານຂ່າວສານ ຂອງພະແນກການ, ຫ້ອງການ ໄດ້ຮຽນຮູ້ພື້ນຖານການຂຽນຂ່າວ, ການກວດແກ້-ຮຽບຮຽງ, ການໃຊ້ເຄື່ອງມືເຕັກໂນໂລຊີໃນການປະຊາສໍາພັນ ແລະ ວິທີການຕອບໂຕ້ຂ່າວທີ່ບໍ່ຖືກຕ້ອງ ທີ່ຕິດພັນກັບພະແນກການ, ຫ້ອງການ ຂອງຕົນ ໃຫ້ທ່ວງທັນກັບສະພາບການ.



