ສ້າງຄວາມເຂັ້ມແຂງກ່ຽວກັບການສ້າງເວັບໄຊທ໌ ຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

15/11/2023

ສ້າງຄວາມເຂັ້ມແຂງກ່ຽວກັບການສ້າງເວັບໄຊທ໌ ຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການສ້າງເວັບໄຊທ໌ ຄກມດ ກຕສ ໃນຕອນເຊົ້າວັນທີ 15 ພະຈິກ 2023 ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນ. ຈັນອົບ ສີຫາລາດ, ຮອງປະທານ ຄກມດ ກຕສ, ຊຶ່ງມີນັກສໍາມະນາກອນທີ່ເປັນຜູ້ຮັບຜິດຊອບວຽກງານ ຄກມດ ຈາກບັນດາ ຫ້ອງການ, ກົມ, ສະຖາບັນ, ສູນ, ອົງການ ແລະ ບໍລິສັດ ດ້ານໂທລະຄົມ, ໄປສະນີ ອ້ອມຂ້າງ ກຕສ ເຂົ້າຮ່ວມທັງໝົດ 40 ກວ່າທ່ານ.

ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ ຄວາມສາມາດ, ສ້າງຄວາມຊຳນານໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວິທີການຕ່າງໆທີ່ຕິດພັນກັບການນຳໃຊ້, ການຄຸ້ມຄອງເວັບໄຊທ໌ ໂດຍສະເພາະແມ່ນເຄື່ອງມື ແລະ ທັກສະທາງດ້ານເຕັກນິກເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບສູງຂື້ນ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດໍາເນີນເປັນເວລາ 03 ວັນ ເລີ່ມແຕ່ວັນທີ 15-17 ພະຈິກ 2023 ຊຶ່່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ 3 ຫົວຂໍ້ທີ່ສຳຄັນ ຄື: 1), ການທົດລອງ ແລະ ປັບປຸງລະບົບກ່ອນການນຳໃຊ້ເວັບໄຊທ໌ ຄກມດ ກຕສ; 2), ລະບົບຜູ້ຄຸ້ມຄອງ ແລະ ດູແລເວັບໄຊທ໌ ໃນການ Upload Back ແລະ Restore ຂໍ້ມູນ; 3), ການຄຸ້ມຄອງລະບົບເວັບໄຊທ໌ ແລະ ປ້ອນຂໍ້ມູນລົງໃນເວັບໄຊທ໌ ຊຶ່ງຈະນໍາສະເໜີໂດຍນັກວິທະຍາກອນຈາກສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມກັນນີ້, ຍັງຈະໄດ້ທົດລອງຝຶກໃນການນຳໃຊ້ຕົວຈິງ ແລະ ສົນທະນາແລກປ່ຽນຄວາມຮູ້ນຳບັນດານັກວິທະຍາກອນ ແລະ ນັກສໍາມະນາກອນດ້ວຍກັນ ເພື່ອສາມາດນຳເອົາຄວາມຮູ້ທີ່ໄດ້ມາຄັ້ງນີ້ ໄປນຳໃຊ້ໃນການປະຕິບັດຕົວຈິງ.

ຂ່າວໂດຍ: ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE