ພະແນກ ປະຊາສໍາພັນ

ໜ້າທີ່ຂອງ ພະແນກປະຊາສຳພັນ

              ພະແນກປະຊາສຳພັນ ມີໜ້າທີ່ ດັ່ງນີ້:

  1. ສັງລວມ, ເກັບກໍາສະຖິຕິບັນດາບົດຂ່າວ, ເລືອກເຟັ້ນ, ພ້ອມທັງລົງເກັບກຳຂໍ້ມູນ ແລະ ຮູບພາບ, ສຽງ ແລະ ວິດີໂອການເຄືອນໄຫວຂອງຄະນະນໍາ ກະຊວງ, ບັນດາກົມ/ທຽບເທົ່າ ແລະ ສາມອົງການຈັດຕັ້ງມະຫາຊົນ ຢູ່ສູນກາງ-ທ້ອງຖິ່ນ, ຕ່າງປະເທດ ເພື່ອເອົາລົງເວັບໄຊ, ໜັງສືພິມ ແລະ ວະລະສານ ໄອຊີທີ ກະຊວງ ເປັນປະຈຳວັນ, ເດືອນ ແລະ ປີ;
  2. ຕິດຕາມເກັບກຳຂ່າວການລົງເຄື່ອນໄຫວວຽກງານຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ທັງພາຍໃນ ແລະ ຕ່າງປະເທດ;
  3. ຄົ້ນຄ້ວາຂໍ້ມູນ, ກວດແກ້ ແລະ ຮຽບຮ່ຽງເນື້ອໃນບົດສໍາພາດ ແລະ ບົດຖະແຫລ່ງຂ່າວ ຂອງການເຄື່ອນໄຫວຂະແຫນງ ການເຕັກໂນໂລຊີ ແລະ ການສື່ສານ;
  4. ປະສານຫາສໍານັກງານຂ່າວໜັງສືພິມ, ວິທະຍຸ ແລະ ໂທລະພາບ ເພື່ອເກັບກໍາເອົາຂ່າວ ແລະ ອອກຂ່າວ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນແຕ່ລະໄລຍະ;
  5. ຄົ້ົນຄວ້າ, ອອກແບບ ແລະ ເກັບກໍາຂໍ້ມູນຕ່າງໆ ເພື່ອສ້າງຫໍສະຫມຸດມູນເຊື້ອ ແລະ ສ້າງປື້ມມູນເຊື້ອຂອງ   ຂະ ແໜງການ ເຕັກໂນໂລຊີ ແລະ ການສື່ສານ ດ້ວຍວິທີຕ່າງໆ;
  6. ຄົ້ນຄວ້າ  ແລະ ອອກແບບ ລະບົບການປ້ອນຂໍ້ມູນບັນດາຂ່າວສານ, ຮູບພາບການເຄື່ອນໄຫວວຽກງານຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນເວັບໄຊ, ຕິດກະດານຂ່າວຂອງກະຊວງ ແລະ ສື່ສັງຄົມອອນລາຍ;
  7. ຄົ້ນຄວ້າສ້າງຖານຂໍ້ມູນເກັບກໍາສະຖິຕິຂ່າວສານ, ຮູບພາບ ແລະ ວິດີໂອ ດ້ວຍລະບົບເອເລັກໂຕຮນິກ;
  8. ຈັດຝຶກອົບຮົມຍົກລະດັບທາງດ້ານວິຊາການ ຮັບຜິດຊອບວຽກງານປະຊາສໍາພັນຂໍ້ມູນຂ່າວສານ ແລະ ຖ່າຍຮູບພາບ ໃຫ້ພະນັກງານ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;
  9. ຄົ້ນຄວ້າ ແລະ ສ້າງແຜນການຈັດຝຶກອົບຮົມ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດທັງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ພະນັກງານພາຍໃນພະແນກ;
  10. ຂື້ນແຜນຄວາມຕ້ອງການເຄື່ອງຮັບໃຊ້ການເຄືອນໄຫວວຽກງານຂອງພະແນກ;
  11. ປະຕິບັດໜ້າທີອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE