ພະແນກ ຮ່ວມມືທະວີພາຄີ

ໜ້າທີ່ຂອງ ພະແນກຮ່ວມມືທະວິພາຄີ

             ພະແນກຮ່ວມມືທະວີພາຄີ ມີໜ້າທີ່ ດັ່ງນີ້:

  1. ເປັນໃຈກາງພົວພັນປະສານງານ ຮ່ວມປຶກສາຫາລື ແລະ ເຈລະຈາວຽກງານຮ່ວມມື ໃນຂອບຮ່ວມມືສອງຝ່າຍ ທີ່ກ່ຽວຂ້ອງກັບຂະແໜງເຕັກໂນໂລຊີ ແລະ ການສື່ສານ  ຕາມການມອບໝາຍຂອງກົມ;
  2. ເປັນເສນາທິການໃນການຄົ້ນຄວ້າ ແລະ ປະກອບຄຳເຫັນດ້ານເນື້ອໃນ ຕໍ່ການເຂົ້າເປັນພາຄີສັນຍາຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ, ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດສັນຍາ ອະນຸສັນຍາ ແລະ ຂໍ້ຜູກພັນຕ່າງໆ ຂອງບັນດາກົມ/ທຽບເທົ່າ ເພື່ອສະຫຼຸບ ສັງລວມລາຍງານຄວາມຄືບໜ້າກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ;
  3. ປະສານງານ ກັບບັນດາກົມ/ທຽບເທົ່າ ໃນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ ສັນຍາ ແລະ ເອກະສານການຮ່ວມມືໃນຂອບສອງຝ່າຍ;
  4. ຄົ້ນຄ້ວາເອກະສານຕ່າງໆ, ກະກຽມເນື້ອໃນ ພົບປະສອງຝ່າຍ, ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ, ອຳນວຍຄວາມສະດວກ ແລະ ເຂົ້າຮ່ວມກອງປະຊຸມຕາມການມອບໝາຍຂອງຄະນະກົມ ໃນຂອບຮ່ວມມືສອງຝ່າຍ ຂອງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;
  5. ເປັນໃຈກາງປະສານງານ ແລະ ຂຶ້ນແຜນການເຄື່ອນໄຫວວຽກງານຕ່າງປະເທດປະຈຳປີ ໃຫ້ຄະນະນຳ ແລະ ຄະນະກົມ ໃນຂອບຮ່ວມມືສອງຝ່າຍ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  6. ຄົ້ນຄວ້າ ເອກະສານການເຊີນເຂົ້າຮ່ວມ ກອງປະຊຸມ ສຳມະນາ ຝຶກອົບຮົມ ຢູ່ພາຍໃນ ແລະ ຕ່າງປະເທດ ໃນຂອບ ຮ່ວມມືສອງຝ່າຍ ເພື່ອສະເໜີຂໍທິດຊີ້ນຳ ໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ;
  7. ຄົ້ນຄວ້າ ປະກອບຄຳເຫັນ ບັນດາເອກະສານຮ່ວມມື ຈາກພາກສ່ວນກ່ຽວຂ້ອງ (ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ) ຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ໃນຂອບຮ່ວມມືສອງຝ່າຍ;
  8. ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ແລະ ກອງປະຊຸມປີ່ນອ້ອມ ຂອງຂອບການຮ່ວມມືສອງຝ່າຍ ທີ່ຕິດພັນກັບວຽກງານ ໄອຊທີ/ດິຈິຕອນ ຕາມການມອບໝາຍ;
  9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກໃຫ້ຊ່ຽວຊານ ພະນັກງານ ແລະ ວິຊາການຕ່າງປະເທດ ທີ່ມາເຄື່ອນໄຫວວຽກງານຕາມສັນຍາ, ກິດຈະກຳ/ໂຄງການ ກັບກະຊວງເຕັກໂນໂລຊີ ແລະ ການສື່ສານ;
  10. ສະຫຼຸບ ສັງລວມ ແລະ ຂຶ້ນແຜນສະເໜີການຮ່ວມມື ໃນຂອບສອງຝ່າຍ ເປັນປະຈຳ ອາທິດ, ເດືອນ, 06 ເດືອນຕົ້ນ/ທ້າຍປີ ແລະ ໝົດປີ ນຳສ່ົງໃຫ້ພາກສ່ວນກ່ຽວຂ້ອງ ທັງພາຍໃນກະຊວງ ແລະ ຂະແໜງການກ່ຽວຂ້ອງ;
  11. ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ປຶກ​ສາ​ຫາ​ລື​ດ້ານ​ວິ​ຊາ​ການ ແລະ ເຜີຍ​ແຜ່, ແນະ​ນຳ​ໃນ​ວຽກ​ງານຮ່ວມ​ມື ສອງຝ່າຍ ແລະ ວຽກສົ່ງເສີມວິຊາການ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  12. ຄົ້ນຄວ້າ ສະເໜີໂຄງການຮ່ວມມືຂອງພະແນກ ໃນຂອບສອງຝ່າຍ;
  13. ສະເໜີແຕ່ງຕັ້ງພະນັກງານຂອງພະແນກ ເຂົ້າຮ່ວມກອງປະຊຸມ ສຳມະນາ ຝຶກອົບຮົມ ຫຼື ເຄື່ອນໄຫວວຽກງານຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ຕາມໜ້າທີ່ຄວາມຮັບຜິດຊອບຂອງພະແນກ;
  14. ຂຶ້ນແຜນຄວາມຕ້ອງການງົບປະມານ ເພື່ອຮັບໃຊ້ວຽກງານການຮ່ວມມືຂອງພະແນກ;
  15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE