ພະແນກ ນິຕິກໍາ

ໜ້າທີ່ຂອງ ພະແນກ ນິຕິກໍາ

              ພະແນກນິຕິກຳ ມີໜ້າທີ່ ດັ່ງນີ້:

  1. ຕິດຕາມ, ຊຸກຍູ້ ແລະ ເຂົ້າຮ່ວມ ​ການ​ຄົ້ນ​ຄວ້າ, ສ້າງ ຫຼື ປັບ​ປຸງ ​ກົດໝາຍ ແລະ ນິ​ຕິ​ກຳ​ອື່ນ ລວມ​ທັງຮ່າງ​ສັນ​ຍາ​ຂອງ​ຂະ​ແໜງ​ການ ເຕັກໂນໂລຊີ ແລະ ການສືສານ;
  2. ຄົ້ນ​ຄວ້າ​ປະ​ກອບ​ຄຳ​ເຫັນ​ຕໍ່​ຮ່າງ​ກົດ​ໝາຍ, ນິ​ຕິ​ກຳ​ຕ່າງໆ ລວມ​ທັງ​ບັນ​ດາ​ຮ່າງ​ສັນ​ຍາ​ຂອງ​ບັນ​ດາ​ກົມ/ທຽບ​ເທົ່ານຳ​ສະ​ເໜີ​ຄະ​ນະ​ນຳ​ກະ​ຊວງ​ ພິ​ຈາ​ລະ​ນາ​ຮັບ​ຮອງ;
  3. ກວດ​ກາ​ຄວາມ​ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ແລະ ເຕັກ​ນິກ​ການ​ຮ່າງ​ກົດ​ໝາຍທີ່​ສ້າງ​ໃໝ່ ຫຼື ປັບ​ປຸງຮ່າງ​ນິ​ຕິ​ກຳ​ອື່ນ;
  4. ສັງ​ລວມ ແລະ ກັ່ນ​ຕອງ​ບັນ​ດາ​ບົດ​ລາຍ​ງານ, ບົດ​ສະ​ເໜີ​ຂອງ​ບັນ​ດາ​ກົມ/ທຽບ​ເທົ່າ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ສ້າງແລະ ປັບ​ປຸງ​ກົດ​ໝາຍ ແລະ ນິ​ຕິ​ກຳດັ່ງ​ກ່າວ ເພື່ອ​ນຳ​ສະ​ເໜີຄະ​ນະ​ນຳ​ກະ​ຊວງພິ​ຈາ​ລະ​ນາ;
  5. ກວດ​ກາ, ຮຽບ​ຮຽງ ແລະ ຢັ້ງ​ຢືນ​ຄວາມ​ຖືກ​ຕ້ອງ​ຂອ​ງ​ຮ່າງ​ນິ​ຕິ​ກຳ​ ກ່ອນ​ນຳ​ສະ​ເໜີ​ຄະ​ນະ​ນຳ​ກະ​ຊວງ;
  6. ສົມ​ທົບ​ກັບ​ບັນ​ດາ​ກົມ/ທຽບ​ເທົ່າ ໂຄ​ສະ​ນາ ເຜີຍ​ແຜ່ ກົດ​ໝາຍ ແລະ ນ​ິ​ຕິ​ກຳ​ອື່ນຂອງ​ຂະ​ແໜງ ຕ​ສ ພ້ອມ​ທັງ​ສະ​ຫຼຸບ, ປະ​ເມີນ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ ແລະ ນິ​ຕິ​ກຳ​ດັ່ງ​ກ່າວ;
  7. ຕິດ​ຕາມ, ກວດ​ກາ ແລະ ຄົ້ນ​ຄວ້າ​ ລາຍ​ງານ​ຕໍ່​ຄະ​ນະ​ນຳ​ກະ​ຊວງກ່ຽວ​ກັບ​ນິ​ຕິ​ກຳຂອງ​ບັນ​ດາ​ກົມ​/ທຽບ​ເທົ່າ, ພະ​ແນກ ຕ​ສ ແຂວງ, ນະ​ຄອນ​ຫຼວງວາງ ​ອອກທີ່​ບໍ່​ສອດ​ຄ​ອ່ງ​ກັບ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​-ລັດ ຫຼື ຂັດ​ກັບ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ແລະ ລະ​ບຽບ​ການ​ອື່ນ ​ທີ່​ປະ​ກາດ​ໃຊ້​ກ່ອນ​ແລ້ວ;
  8. ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກົມ/ທຽບ​ເທົ່າ, ພະ​ແນກ ຕ​ສ ແຂວງ, ນະ​ຄອນ​ຫຼວງ ເພື່ອ​ເກັບ​ກຳ​ຂໍ້​ມູນ, ສັງ​ລວມ, ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ ແລະ ນິ​ຕິ​ກຳ​ ທີ່​ວາງ​ອອກເພື່ອ​ລາຍ​ງານ​ໃຫ້​ແກ່ ຄະ​ນະ​ນຳ​ກະ​ຊວງ;
  9. ຊຸກຍູ້, ຕິດຕາມ ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳຕ່າງໆຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ ໃຫ້ທັນກັບເວລາທີ່ກຳນົດ;
  10. ປະ​ຕິ​ບັດ​ໜ້າ​ທີ່​ອື່ນໆ ຕາມ​ການມອບ​ໝາຍ​ຂອງ​ຄະ​ນ​ະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE