ພະແນກ ສັງລວມ
ໜ້າທີ່ຂອງ ພະແນກ ສັງລວມ
ພະແນກ ສັງລວມ ມີໜ້າທີ່ ດັ່ງນີ້:
- ຄົ້ນຄວ້າ, ສັງລວມ ແລະ ຜັນຂະຫຍາຍແຜນຍຸດທະສາດ, ແຜນພັດທະນາຂອງກະຊວງ ທີ່ຕິດພັນກັບວຽກງານຫ້ອງການ ມາເປັນແຜນການ, ແຜນງານ,ໂຄງການ ແລະ ກິດຈະກຳ ລະອຽດແຕ່ລະໄລຍະເພື່ອຈັດຕັ້ງປະຕິບັດ;
- ຄຸ້ມຄອງ ເອກະສານຂາເຂົ້າຂອງກະຊວງ ແລະ ຫ້ອງການ ຖືກຕ້ອງຕາມລະບຽບ, ຈໍລະຈອນເອກະສານ ດ້ວຍລະບົບເອເລັກໂຕຼຮນິກ ແລະ ແບບເຈ້ຍ ຢູ່ພາຍໃນກະຊວງ ຢ່າງວ່ອງໄວ, ຖືກຕ້ອງ ແລະ ຮັກສາຄວາມລັບ; ພ້ອມທັງເປັນເຈົ້າການໃນການຄົ້ນຄ້ວາກວດກາດ້ານນິຕິໃນ, ຮຽບຮຽງ, ກວດກາ ຄວາມຖືກຕ້ອງຂອງເອກະສານຕ່າງໆ ທີ່ຈະນຳສະເໜີຄະນະຫ້ອງການພິຈາລະນາ;
- ຄຸ້ມຄອງກາປະທັບຂອງຫ້ອງການ ແລະ ເອກະສານຂາອອກຂອງກະຊວງ ແລະ ຫ້ອງການ ຖືກຕ້ອງຕາມລະບຽບ, ສົ່ງເອກະສານເຖິງພາກສ່ວນກ່ຽວຂ້ອງ ພາຍໃນກະຊວງ, ບັນດາກະຊວງ, ອົງການ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ທັງເຈ້ຍ ແລະ ເອເລັກໂຕຼນິກ;
- ສຳເນົາເອກະສານ ຂາເຂົ້າ-ຂາອອກ ຂອງກະຊວງ ແລະ ຫ້ອງການ ທັງລະບົບແບບເຈ້ຍ ແລະ ແບບເອເລັກໂຕຼນິກ;
- ສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ແລະ ແຜນການ ປະຈຳເດືອນ, ງວດ, ປີ, ກາງສະໄໝ ແລະ ທ້າຍສະໄໝ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຂອງຫ້ອງການ.
- ສັງລວມຫຍໍ້ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງກະຊວງ ເພື່ອລາຍງານຕໍ່ກອງປະຊູມສ່ອງແສງປະຈຳເດືອນ;
- ຕິດຕາມ ແລະ ສັງລວມ ການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ບົດແນະນຳ ແລະ ແຈ້ງການຕ່າງໆຂອງຂັ້ນເທິງ, ການຊີ້ນຳຂອງຄະນະນຳກະຊວງຕໍ່ບັນດາກົມ/ທຽບເທົ່າ ແລະ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ເພື່ອສະຫຼຸບສັງລວມ, ລາຍງານ ແລະ ຂໍທິດຊີ້ນຳຕໍ່ລັດຖະມົນຕີ, ຮອງລັດຖະມົນຕີ ເປັນແຕ່ລະໄລຍະ;
- ເປັນໃຈກາງປະສານງານ ທັງພາຍໃນ ແລະ ພາຍນອກ ກະຊວງ, ຕິດຕາມການລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາກົມ/ທຽບເທົ່າ; ພ້ອມທັງຄົ້ນຄວ້າແບບແຜນວິທີກົນໄກປະສານງານ ເພື່ອສ້າງເປັນລະບຽບຄຸ້ມຄອງບໍລິຫານໃຫ້ສອດຄ່ອງເປັນແຕ່ລະໄລຍະ;
- ສົມທົບກັບພາກສ່ວນກ່ຽວຂ້ອງຮ່າງເອກະສານທາງລັດຖະການຕ່າງໆ, ຮ່າງໝາຍນັດປະຊຸມ, ວາລະກອງປະຊຸມ, ພ້ອມທັງເຂົ້າຮ່ວມບັນທຶກກອງປະຊຸມຕ່າງໆ ໃຫ້ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຫ້ອງການ;
- ປະສານງານກັບບັນດາບໍລິສັດໂທລະຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກ ໃນການກວດເບີການຂື້ນທະບຽນເລກໝາຍໂທລະສັບ, ເລກໝາຍອີນເຕີເນັດ ແລະ ຂໍ້ມູນຕ່າງໆ ໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
- ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອລົງຕິດຕາມ, ຊຸກຍູ້ ການເຄື່ອນໄຫວ ວຽກງານສາມສ້າງ ແລະ ວຽກງານມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທັງສູນກາງ ແລະ ທ້ອງຖີ່ນ;
- ສະຫຼຸບສັງລວມການເຄື່ອນໄຫວວຽກງານສາມສ້າງ ປະຈຳ 6 ເດືອນ ແລະ ປະຈຳປີ ເພື່ອລາຍງານຂັ້ນເທີງ;
- ຄົ້ນຄວ້າ, ຂຶ້ນແຜນການຝຶກອົບຮົມດ້ານການຄຸ້ມຄອງ ວຽກງານເອກະສານ ດ້ວຍລະບົບເອເລັກໂຕຼຮນິກ ແລະ ແບບເຈ້ຍ ຢູ່ພາຍໃນກະຊວງ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ;
- ຄົ້ນຄ້ວາ ແລະ ສ້າງແຜນການຈັດຝຶກອົບຮົມ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດທັງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ພະນັກງານພາຍໃນພະແນກ;
- ຂຶ້ນແຜນ ເຄື່ອງຮັບໃຊ້ການເຄືອນໄຫວວຽກງານຂອງພະແນກ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.