ພະແນກ ຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ

ໜ້າທີ່ຂອງ ພະແນກ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່​-ເດັກ

              ພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ມີໜ້າທີ່ ດັ່ງນີ້:

  1. ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່ ຄກມດ ກະ​ຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອ​ຄົ້ນ​ຄວ້າ​ຈັດ​ຕັ້ງ​ປ​ະ​ຕິ​ບັດແນວທາງນະໂຍບາຍ, ນິ​ຕິ​ກຳ, ລະ​ບຽບ​ການ​ຕ່າງໆ​ຂອງ​ລັດ, ສົນທິສັນຍາຊີດໍ, ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສົນທິສັນຍາອື່ນໆ ທີ່ກ່ຽວຂ້ອງກັບສິດທິຂອງແມ່ຍິງ ແລະ ສິດທິເດັກ, ຍຸດ​ທະ​ສາດ,  ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດຂອງ ຄຊກມດ ໃນແຕ່ລະໄລຍະ ຫັນເປັນແຜນການ, ແຜນງານ, ໂຄງ​ການ​ລະ​ອຽດ​ຂອງ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;
  2. ໂຄ​ສະ​ນາ​ເຜີຍ​ແຜ່​ແນວ​ທາງ​ນະ​ໂຍ​ບາຍ​, ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ, ລະ​ບຽບ​ການ​ຕ່າງໆ​ຂອງ​ລັດ; ​ຍຸດ​ທະ​ສາດ, ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​, ເອ​ກະ​ສານ​ຕ່າງໆ​ຂອ​ງ​ພາກ​ພື້ນ ແລະ ສາ​ກົນທີ່​​ຕິດ​​ພັນກັບວຽກງານສົ່ງເສີມ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ​-ຊາຍ, ສິດ​ທິ​ເດັກ, ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ແມ່ ​ແລະ ເດັກ​ ໃຫ້ແກ່ພະນັກງານໃນ​ຂະ​ແໜງ ເຕັກໂນໂລຊີ ແລະ ການສື່ສານ;
  3. ເປັນເຈົ້າການໃນ​ການປະ​ສານ​ສົມ​ທົບກັບທຸກພາກສ່ວນ​​ກ່ຽວຂ້ອງໃນການຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ, ແຜນດໍາເນີນງານແຫ່ງ ຊາດເພື່ອແມ່ ແລະ ເດັກ, ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ທີ່ຕິດພັນກັບວຽກງານຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;
  4. ສ້າງຖານຂໍ້ມູນ ແລະ ເກັບກໍາສະຖິຕິການ​ເຊື່ອມ​ບົດ​ບາດ​ຍິງ​-ຊາຍ, ສະ​ຖິ​ຕິ​ເດັກ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ;
  5. ຄົ້ນຄວ້າ, ສ້າງແຜນການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່ແລະເດັກ ໃນ​ຂະ​ແໜງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມເຂັ້ມແຂງໂດຍສະເພາະ ການຈັດຝຶກ​ອົບ​ຮົມ, ສຳ​ມະ​ນາ ແລະ ການຈັດກອງປະຊຸມຕ່າງໆ ໂດຍສົບທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ;
  6. ພົວພັນຮ່ວມມື, ພົບປະເຈລະຈາ ແລະ ປະສານງານກັບພາກສ່ວນ​ທີ່​ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເພື່ອຍາດແຍ່ງການຊ່ວຍເຫຼືອ ດ້ານ​ວິ​ຊາ​ການ ແລະ ບົດຮຽນຕ່າ​ງໆທີ່​ຕິດ​ພັນ​ກັບວຽກ​ງານສົ່ງ​ເສີມຄວາມກ້າວໜ້າຂອງແມ່​ຍິງ, ຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່​ແລະເດັກ ຕາມລະບຽບການ;
  7. ຕິດຕາມ, ກວດກາ ແລະ ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່ ແລະ ເດັກ ໃນ​ຂະ​ແໜງ ເຕັກໂນໂລຊີ ແລະ ການສື່ສານ ປະຈຳ 03 ເດືອນ, 06 ເດືອນ, 09 ເດືອນ, 01 ປີ ແລະ 05 ປີ; ໃຫ້ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ;
  8. ຄົ້ນຄ້ວາ ແລະ ສ້າງແຜນການຈັດຝຶກອົບຮົມ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດທັງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ພະນັກງານພາຍໃນພະແນກ.
  9. ຂຶ້ນ​ແຜນ​ເຄື່ອງ​ຮັບ​ໃຊ້ການເຄືອນໄຫວວຽກງານຂອງພະແນກ;
  10. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE