ພະແນກ ເຕັກນິກສື່ສານພາຍໃນ

ໜ້າທີ່ຂອງ ພະແນກເຕັກນິກ ສື່ສານພາຍໃນ

                ພະແນກເຕັກນິກ ສື່ສານພາຍໃນ ມີໜ້າທີ່ ດັ່ງນີ້:

  1. ເກັບກໍາ, ຕິດຕາມ, ກວດກາ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສັງລວມ ແລະ ຂື້ນແຜນຄວາມຕ້ອງການນຳໃຊ້ອິນເຕີເນັດ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະປີ;
  2. ຄົ້ນຄວ້າ, ກວດກາ, ຄວາມຖືກຕ້ອງຂອງມາດຕະຖານ (Specification) ຂອງເຄື່ອງອຸປະກອນ ໄອຊີທີ, ຊອບແວ ແລະ ຮາດແວ ຕາມແຜນຈັດຊື້ຈັດຈ້າງ;
  3. ຄຸ້ມຄອງ, ບຳລຸງຮັກສາບັນດາອຸປະກອນເຄືອຂ່າຍ, ອຸປະກອນໄອທີເພື່ອຮັບໃຊ້ວຽກບໍລິຫານ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  4. ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ເພື່ອອອກແບບ,ປັບປຸງ, ບໍລິຫານ ແລະ ຄຸ້ມຄອງການນຳໃຊ້ ເວັບໄຊ ແລະ ສື່ສັງຄົມອອນລາຍ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  5. ຊຸກຢູ້, ຕິດຕາມ ການນຳໃຊ້ບັນດາການບໍລິການ e-Service ແລະ ແອັບພິເຄເຊັນ ຮັບໃຊ້ວຽກບໍລິຫານ ຂອງຫ້ອງການ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  6. ຄົ້ນຄວ້າ, ອອກແບບ, ຕິດຕາມກວດກາ ແລະ ຄຸ້ມຄອງລະບົບຮັກສາຄວາມປອດໄພ, ລະບົບເຂົ້າ-ອອກ ຂອງຕຶກສຳນັກງານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 
  7. ຄົ້ນຄວ້າ, ຄຸ້ມຄອງ, ຕິດຕາມ ແລະ ປະເມີນການນໍາໃຊ້ບັນດາເຄື່ອງອຸປະກອນ ໄອຊີທີ  ແລະ ລະບົບຫ້ອງປະຊຸມທັນສະໄໝ ພາຍໃນກະຊວງ;
  8. ຄົ້ນຄວ້າສ້າງລະບຽບການນຳໃຊ້ ແລະ ຮັກສາບັນດາອຸປະກອນໄອຊີທີ ເພື່ອຮັບໃຊ້ວຽກງານບໍລິຫານຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ;
  9. ສະໜອງຂໍ້ມູນ, ປະກອບຄຳເຫັນໃສ່ນິຕິກຳດ້ານເຕັກນິກ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ.
  10. ສ້າງແຜນຈັດສຳມະນາ ແລະ ຝຶກອົບຮົມກ່ຽວກັບການຊົມໃຊ້ ແລະ ຄຸ້ມຄອງບັນດາອຸປະກອນ ໄອຊີທີ ຮັບໃຊ້ບໍລິຫານພາຍໃນໃຫ້ພະນັກງານ ບັນດາກົມ/ທຽບເທົ່າ ພາຍໃນກະຊວງ;
  11. ຄົ້ນຄ້ວາ ແລະ ສ້າງແຜນການຈັດຝຶກອົບຮົມ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດທັງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ພະນັກງານພາຍໃນພະແນກ.
  12. ຂື້ນແຜນຄວາມຕ້ອງການເຄື່ອງຮັບໃຊ້ການເຄືອນໄຫວວຽກງານຂອງພະແນກ;
  13. ປະຕິບັດໜ້າທີອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE