ພະແນກ ຮ່ວມມືອານຸພາກພື້ນ

ໜ້າທີ່ຂອງ ພະແນກຮ່ວມມື ອານຸພາກພື້ນ

             ພະແນກຮ່ວມມື ອານຸພາກພື້ນ ມີໜ້າທີ່ ດັ່ງນີ້:

  1. ເປັນໃຈກາງໃນການພົວພັນປະສານງານ, ຮ່ວມປຶກສາຫາລື ແລະ ເຈລະຈາວຽກງານຮ່ວມມື ອານຸພາກພື້ນ ທີ່ກ່ຽວຂ້ອງກັບຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຕາມການມອບໝາຍຂອງຂັ້ນເທິງ;
  2. ເປັນເສນາທິການໃນການຄົ້ນຄວ້າການເຂົ້າເປັນພາຄີສັນຍາສາກົນ ພ້ອມທັງຊຸກຍູ້ ຕິດຕາມການປະຕິບັດສັນຍາ, ອະນຸສັນຍາ ແລະ ຂໍ້ຜູກພັນຕ່າງໆດ້ານການຮ່ວມມືທີ່ກ່ຽວຂ້ອງກັບ ຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  3. ເປັນໃຈກາງປະສານງານ ແລະ ເຄື່ອນໄຫວວຽກງານອານຸພາກພື້ນ ໃນ ຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  4. ປະສານສົມທົບກັບບັນດາ ກົມ/ສູນ/ອົງການ/ສະຖານບັນ ໃນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ, ສັນຍາ ແລະເອກະສານການຮ່ວມມື ສອງ​ຝ່າຍ ພ້ອມທັງຕິດຕາມກວດກາການຈັດ​ຕັ້ງປະຕິບັດ​ໂຄງການ ​ແລະ ແຜນການຕ່າງໆທີ່​​ໄດ້ຕົກລົງເຫັນດີ​ຂອງສອງ​ຝ່າຍ;
  5. ພົວພັນ, ເຊັນສັນຍາ, ອະນຸສັນຍາ, ຮ່ວມມື, ຍາດແຍ່ງ ການຊ່ວຍເຫຼືອ, ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານ ເຕັກໂນໂລຊີ, ນະວັດຕະກຳ,​ໂທລະຄົມມະນາຄົມ, ອິນເຕີເນັດ, ໄປສະນີ ແລະຄວາມປອດໄພໄຊເບີ ຂອງ ສປປ ລາວ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ;
  6. ຄົ້ນຄວ້າເຮັດບົດລາຍງານ ກະກຽມເນື້ອໃນເອກະສານຕ່າງໆ ໃນການເຂົ້າຮ່ວມກອງປະຊຸມ ​ໃນ​ລະດັບ​ຕ່າງໆ​ຂອງ​ວຽກ​ງານ​ອາ​ນຸພາກພື້ນ ​​ເພື່ອ​ເປັນ​ຂໍ້​ມູນ​ໃຫ້ຄະນະນຳກະຊວງ ດ້ານວຽກງານ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອຍາດ​ແຍ່ງ​ການຮ່ວມມື ແລະ ​ການຊວ່ຍ​ເຫຼືອ;
  7. ຄົ້ນຄວ້າເອກະສານການເຊີນເຂົ້າຮ່ວມກອງປະຊຸມ ສຳມະນາ ຝຶກອົບຮົມ ຢູ່ຕ່າງປະເທດກ່ຽວກັບວຽກງານອານຸພາກພື້ນ ​ໃນ​ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອນຳສະເໜີຄະນະນຳກະຊວງພິຈາລະນາ;
  8. ຄົ້ນຄວ້າເຮັດບົດລາຍງານຂໍອະນຸມັດຄະ​ນະ​ນຳ​ກະ​ຊວງ  ເພື່ອ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ​ໃຫ້​ ກົມ​ກອງ​ທີ່​ກ່ຽວ​ຂ້ອງ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ໃນ​ຂັ້ນ​ຕ່າງໆ ທີ່​ຕິດ​ພັນ​ກັບ ຂະ​ແໜງ​ເຕັກໂນໂລຊີ ແລະ ການສື່ສານ;
  9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກໃຫ້ຊ່ຽວຊານ, ພະນັກງານ ແລະ ວິຊາການຕ່າງປະເທດ ເພື່ອມາເຄື່ອນໄຫວຕາມສັນຍາກັບ ຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  10. ຕິດຕາມ ແລະ ປະສານງານ​ການ​ປະກອບ​ພັນທະ​ຕໍ່​ວຽກ​ງານ​ຕ່າງໆ ທີ່​ຕິດ​ພັນ​ວຽກ​ງານ​ອາ​ນຸ​ພາກ​ພື້ນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ທີ່ ສປປ ລາວ ເປັນສະມາຊິກ ແລະ ດໍາເນີນການຂໍອະນຸມັດປະກອບພັນທະຕາມລະບຽບການ;
  11. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ຕິດຕາມ ແລະ ສະຫຼຸບ​ລ​າຍ​ງານ​ສະ​ພາບ​ການ ຂອງວຽກງານ​ຮ່ວມ​ມື ອາ​ນຸ​ພາກ​ພື້ນ ແລະ ຫຼາຍ​ຝ່າຍ, ວຽກສົ່ງເສີມວິຊາການ ແລະ ການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນ​ແຕ່​ລະ​ໄລ​ຍະ​ໃຫ້​ຂັ້ນ​ເທິງ​ຮັບ​ຊາບ ຫຼື ພາກ​ສ່ວນ​ກ່ຽວ​ຂ້ອງ​ຕາມ​ການມອບ​ໝາຍ;
  12. ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ປຶກ​ສາ​ຫາ​ລື​ດ້ານ​ວິ​ຊາ​ການ ແລະ ເຜີຍ​ແຜ່, ແນະ​ນຳ​ໃນ​ວຽກ​ງານຮ່ວມ​ມື ອາ​ນຸ​ພາກ​ພື້ນ ແລະ ຫຼາຍ​ຝ່າຍ, ວຽກສົ່ງເສີມວິຊາການ ແລະ ການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ;
  13. ສະເໜີແຕ່ງຕັ້ງພະນັກງານຂອງພະແນກ ເພື່ອລົງເຄື່ອນໄຫວວຽກງານຕາມຄວາມຮັບຜິດຊອບ.
  14. ຂຶ້ນແຜນຄວາມຕ້ອງການງົບປະມານ ເພື່ອຮັບໃຊ້ວຽກງານການຮ່ວມມືຂອງພະແນກ;
  15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE