ພະແນກ ບໍລິຫານ-ຈັດຕັ້ງ

ໜ້າທີ່ຂອງ ພະແນກບໍລິຫານ-ຈັດຕັ້ງ  

              ພະແນກບໍລິຫານ-ຈັດຕັ້ງ ມີໜ້າທີ່ ດັ່ງນີ້:

  1. ເປັນເສນາທິການໃຫ້ແກ່ຫ້ອງການໃນການສຶກສາ, ຄົ້ນຄ້ວາ, ຜັນຂະຫຍາຍແຜນລວມ, ແຜນຈັດຕັ້ງປະຕິບັດ ວຽກງານບໍລິຫານຂອງ ຫ້ອງການ ແລະ ກະຊວງ;
  2. ຄຸ້ມຄອງ ແລະ ບຳລຸງຮັກສາ ການໃຊ້ໄຟຟ້າ,ນໍ້າປະປາ, ແອເຢັນ, ໂທລະສັບ, ໜັງສືພິມ, ວັດຖຸ​ອຸປະກອນ, ພາຫະນະ, ທີ່​ດິນ ​ແລະ ຊັບ​ສິນ​ຂອງ​ກະຊວງ;
  3. ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ, ຮັກສາ​ຄວາມ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ຈົບງາມ ​ພາຍ​ໃນ​ກະຊວງ;
  4. ສົມທົບກັບ​ພາກ​ສ່ວນ​ທີ່​ກ່ຽວຂ້ອງໃນ​ການຈັດ​ຈ້າງ, ​ຈັດ​ຊື້ວັດຖຸ​ອຸປະກອນ, ພາຫະ​ນະຂອງ​ກະຊວງ; ຂຶ້ນແຜນງົບປະມານ ​ແລະ ແຕ່ງຕັ້ງ ຄະນະຈັດຊື້, ຈັດ​ຈ້າງ;
  5. ຂຶ້ນ​ແຜນ​ຈັດ​ຊື້ ອຸປະກອນຮັບໃຊ້ ປະຈຳເດືອນ,​ ປະຈໍາງວດ, 6 ເດືອນຕົ້ນປີ, 6 ເດືອນທ້າຍປີ ແລະ ປະຈໍາປີ ຂອງບັນດາກົມ/ທຽບເທົ່າ ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານບໍ​ລິ​ຫານຂອງ​ກະຊວງ ເພື່ອສົ່ງໃຫ້ພາກສ່ວນກ່ຽວຂ້ອງ;
  6. ຕິດຕາມງົບປະມານຂອງກະຊວງ ແຕ່ລະງວດ, 6 ເດືອນຕົ້ນປີ, 6 ເດືອນທ້າຍປີ ແລະ ປະຈຳປີ ເພື່ອຊໍາລະຄ່າ ນໍ້າປະປາ, ໄຟຟ້າ, ສ້ອມແປງ, ປ່ຽນຖ່າຍອາໄຫຼ່ ອຸປະກອນຕ່າງໆ ແລະ ອື່ນໆ;
  7. ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການ ຊຳລະ ແລະ ຈອງປີ້ຍົນ ໃຫ້ແກ່ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານລັດຖະກອນຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການເດີນທາງໄປເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ;
  8. ຄຸ້ມຄອງ, ເກັບກຳສະຖິຕິພາຫະນະຂອງກະຊວງ ແລະ ຂຶ້ນແຜນບໍາລຸງຮັກສາ, ສ້ອມແປງພາຫະນະ ເພື່ອຮັບໃຊ້ວຽກງານການເຄື່ອນໄຫວວຽກງານຕ່າງໆ;
  9. ເກັບກຳສະຖິຕິ, ຕິດຕາມ, ກວດກາ ແລະ ຂຶ້ນແຜນການກໍ່ສ້າງ, ສ້ອມ​ແປງ, ບໍາລຸງ​ຮັກສາຕຶກອາຄານ ຂອງກະຊວງ;
  10. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການ ຈັດຊື້, ຈັດຈ້າງ ຂອງບັນດາກົມຕ່າງໆພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  11. ຄຸ້ມ​ຄອງບຸກຄະລາກອນ, ເກັບ​ກຳ​ສະ​ຖິ​ຕິ, ສັງລວມການ​ເຄື່ອນ​ໄຫວຂອງ ​ພະ​ນັກ​ງານ-ລັດ​ຖະ​ກອນ ພາຍ​ໃນ​ຫ້ອງ​ການ ກຳນົດຕຳແໜ່ງງານ ແລະ ຂຶ້ນ​ແຜນ​ຄວາມ​ຕ້ອງ​ການ​ພະ​ນັ​ກ​ງານ, ສະເໜີແຕ່ງຕັ້ງ, ສັບຊ້ອນ,​ ປະຕິບັດລະບຽບວິໄນ ແລະ ນະໂຍບາຍຕໍ່ພະນັກງານຂອງຫ້ອງການ;
  12. ສັງລວມແຜນກໍ່ສ້າງ, ຍົກລະດັບ ວຽກງານວິຊາສະເພາະ, ທິດສະດີການການເມືອງ - ການປົກຄອງ ແລະ ພາສາຕ່າງປະເທດ ໃຫ້ພະນັກງານພາຍໃນຫ້ອງການປະ​ສານ​ສົມ​ທົບ​ກັບ​ ກົມ​ຈັດ​ຕັ້ງ​-ພະ​ນັກ​ງານ ໃນ​ການ​ສ້າງແຜນ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ພາຍ​ໃນ​​ຫ້ອງ​ການ ໃນ​ການ​ບຳ​ລຸງ​ກໍ່​ສ້າງ​ຍົກ​ລະ​ດັບທັງ ໄລຍະສັ້ນ ແລະ ໄລຍະຍາວ, ​ທັງພາຍໃນ ແລະ ຕ່າງປະເທດ;
  13. ປະຕິບັດ​ໜ້າ​ທີ່​ອື່ນ ຕາມ​ການ​ມອບ​ໝາຍຂອງ​ຄະນະ​​ຫ້ອງການ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE