ຝຶກອົບຮົມວຽກງານບໍລິຫານຫ້ອງການ ແລະ ການຮ່ວມມືສາກົນ ໃຫ້ແກ່ພະນັກງານ ຫ້ອງການ ກຕສ

05/05/2025

ຝຶກອົບຮົມວຽກງານບໍລິຫານຫ້ອງການ ແລະ ການຮ່ວມມືສາກົນ ໃຫ້ແກ່ພະນັກງານ ຫ້ອງການ ກຕສ

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມວຽກງານບໍລິຫານຫ້ອງການ ແລະ ການຮ່ວມມືສາກົນ ໃຫ້ແກ່ພະນັກງານພາຍໃນຫ້ອງການ ຂຶ້ນໃນຕອນບ່າຍຂອງວັນທີ 25 ເມສາ 2025 ຜ່ານມາ, ທີ່ ຫ້ອງປະຊຸມ ຫ້ອງການປົກຄອງ ເມືອງ ວັງວຽງ, ແຂວງ ວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງການ ເຂົ້າຮ່ວມຈໍານວນ 30 ກວ່າທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານພາຍໃນຫ້ອງການ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວຽກງານບໍລິຫານຫ້ອງການ ແລະ ການຮ່ວມມືສາກົນ ເພື່ອຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຫຼາຍຍິ່ງຂຶ້ນ. ໃນການຝຶກອົບຮົມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີ ແລະ ແລກປ່ຽນໃນຫຼາກຫຼາຍຫົວຂໍ້ທີ່ສໍາຄັນ ຈາກບັນດາພະແນກ ເຊັ່ນ: ການນໍາສະເໜີກ່ຽວກັບວຽກງານປະຊາສໍາພັນໃນຍຸກດິຈິຕອນ; ການນໍາໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າຊ່ວຍໃນການເຮັດວຽກຂອງຫ້ອງການ; ວຽກງານສັງລວມ; ວຽກງານຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ; ການນໍາໃຊ້ລະບົບຫ້ອງການທັນສະໄໝ; ວຽກງານຮ່ວມມືອົງການຈັດຕັ້ງສາກົນ, ທະວີພາຄີ, ອະນຸພາພື້ນ, ອາຊຽນ ແລະ ຮ່ວມມືລົງທຶນ ເປັນຕົ້ນ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE