ວິສາຫະກິດ PL ບໍລິການພິມ ຈຳໜ່າຍໜັງສືພິມ ແລະ ວາລະສານຕ່າງໆປະກອບສ່ວນຊຸກຍູ້ມອບອຸປະຖຳໃຫ້ແກ່ທີມບານເຕະຂອງຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ

24/03/2023

ວິສາຫະກິດ PL ບໍລິການພິມ ຈຳໜ່າຍໜັງສືພິມ ແລະ ວາລະສານຕ່າງໆປະກອບສ່ວນຊຸກຍູ້ມອບອຸປະຖຳໃຫ້ແກ່ທີມບານເຕະຂອງຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນຂະບວນການແຂ່ງຂັນກິລາບານເຕະຊາຍ ຂອງ ຫ້ອງການ ເພື່ອເຂົ້າຮ່ວມຊີງຂັນຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ຈັດການແຂ່ງຂັນລະຫວ່າງວັນທີ 20-27 ມີນາ 2023 ໂດຍມີຈຸດປະສົງເພື່ອສ້າງຂະບວນການກິດຈະກຳກິລາເພື່ອສຸຂະພາບ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ(13 ມີນາ) ຄົບຮອບ 58 ປີ ຜ່ານມານີ້ ທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງ ຄູ-ອາຈານ, ນັກສຶກສາ, ອະດີດນັກສຶກສາ ເພື່ອສ້າງມິດຕະພາບ ແລະ ຮັດແໜ້ນການພົວພັນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດອ້ອມຂ້າງ.

ວັນທີ 24 ມີນາ 2023 ນີ້, ວິສາຫະກິດ PL ບໍລິການພິມ ຈຳໜ່າຍໜັງສືພິມ ແລະ ວາລະສານຕ່າງໆ ໄດ້ປະກອບສ່ວນມອບເງິນອຸປະຖຳ ມູນຄ່າ 3,600,000 ກີບ ເພື່ອຊຸກຍູ້ວຽກງານກິລາຂອງຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມອບໂດຍທ່ານ ພະນຸມທອງ ແກ້ວລຽງສາ ຜູ້ອຳນວຍການ ວິສາຫະກິດ PL ບໍລິການພິມ ຈຳໜ່າຍໜັງສືພິມ ແລະ ວາລະສານຕ່າງໆ ແລະ ໃຫ້ກຽດຮັບໂດຍ ທ່ານ ວາລະໄຊ ດາລາລອຍ ຮອງຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂອກາດດຽວກັນນີ້, ທ່ານ ວາລະໄຊ ດາລາລອຍ ກໍໄດ້ໃຫ້ກຽດມອບໃບກຽດຕິຄຸນ ໃຫ້ແກ່ທ່ານ ພະນຸມທອງ ແກ້ວລຽງສາ ພ້ອມທັງກ່າວສະແດງຄວາມຂອບໃຈທີ່ປະກອບສ່ວນຊຸກຍູ້ມອບເງິນອຸປະຖຳໃນຄັ້ງນີ້.

ພາບ-ຂ່າວ: ພຸດດາວອນ ພາສຸວັນ

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE