ກຕສ ເປີດຝຶກອົບຮົມ ທັກສະພື້ນຖານການຂຽນຂ່າວ ແລະ ການໂຄສະນາປະຊາສໍາພັນ ວຽກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ພະນັກງານ-ລັດຖະກອນ

11/09/2023

ກຕສ ເປີດຝຶກອົບຮົມ ທັກສະພື້ນຖານການຂຽນຂ່າວ ແລະ ການໂຄສະນາປະຊາສໍາພັນ ວຽກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ພະນັກງານ-ລັດຖະກອນ

ພະແນກປະຊາສໍາພັນ, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບຮົມໃນຫົວຂໍ້: “ທັກສະພື້ນຖານການຂຽນຂ່າວ ແລະ ການໂຄສະນາປະຊາສໍາພັນ ວຽກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ” ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນກະຊວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ພູຂົງ ຈິດຮູບໂລກ, ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ກຕສ, ຊຶ່ງມີນັກວິທະຍາກອນຈາກພະແນກປະຊາສໍາພັນ, ບັນດານັກສໍາມະນາກອນ ຈາກຫ້ອງການ, ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງເຂົ້າຮ່ວມຈໍານວນເກືອບ 40 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ຮັບຜິດຊອບວຽກງານໂຄສະນາປະຊາສໍາພັນ ຂອງຫ້ອງການ, ບັນດາກົມ/ທຽບເທົ່າ ພາຍໃນກະຊວງ ແລະ ເພື່ອຮັບປະກັນໃນການສະໜອງຂໍ້ມູນຂ່າວສານອອກສູ່ສັງຄົມໄດ້ຮັບຮູ້ຢ່າງວ່ອງໄວ, ຖືກຕ້ອງ ແລະ ຊັດເຈນ. ທັງເປັນການຈັດຕັ້ງຜັນຂະຫຍາຍບັນດາແຜນງານຂອງກະຊວງວາງອອກ ໂດຍສະເພາະແມ່ນວຽກງານໂຄສະນາປະຊາສໍາພັນວຽກງານຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ອອກສູ່ສັງຄົມໃຫ້ຮັບຮູ້ຢ່າງກວ້າງຂວາງ.

ໃນໂອກາດກ່າວເປີດຊຸດຝຶກອົບຮົມ, ທ່ານປະທານໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນ ຂອງວຽກງານປະຊາສໍາພັນ ວ່າ: ຕະຫຼອດໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານຂອງພວກເຮົາ ໄດ້ຖືເອົາການໂຄສະນາປະຊາສໍາພັນເປັນອາວຸດອັນແຫຼມຄົມ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງຕົນໃຫ້ແກ່ປະຊາຊົນຮັບຮູ້. ປັດຈຸບັນ, ສື່ ພວມໄດ້ຮັບຄວາມສົນໃຈຈາກຄົນທຸກຊັ້ນຄົນ, ທຸກຮຸ່ນ, ທຸກໄວ, ສະນັ້ນ ພັກ ແລະ ລັດຖະບານເຮົາ ແມ່ນເຫັນໄດ້ເຖິງບົດບາດ ຄວາມສໍາຄັນຂອງສື່, ທັງສາມາດນໍາໃຊ້ເປັນອາວຸດທີ່ແຫຼມຄົມ, ທັງເປັນໄພຂົ່ມຂູ່ ເໝືອນດັ່ງດາບສອງຄົມ ຖ້າເຮົາຮູ້ນໍາໃຊ້ໄປໃນທາງທີ່ຖືກຕ້ອງກໍຈະເກີດຜົນດີ, ແຕ່ຫາກໃຊ້ໄປໃນທາງທີ່ບໍ່ດີກໍຈະມີຜົນກະທົບຕາມມາເຊັ່ນດຽວກັນ. ທ່ານ ຍັງກ່າວຕື່ມວ່າ: ຜູ້ເຮັດວຽກງານໂຄສະນາປະຊາສໍາພັນຕ້ອງກໍາໄດ້ແນວທາງນະໂຍບາຍ, ຕ້ອງເປັນຄົນທີ່ມັກອ່ານ, ມັກຟັງ, ມັກບັນທຶກ, ມັກຂີດຂຽນ ແລະ ໝັ່ນສຶກສາເອກະສານຕ່າງໆຢູ່ສະເໝີ ເພາະຈະຊ່ວຍເຮັດໃຫ້ເຮົາຈື່ຈໍາປະໂຫຍກ ຫຼື ສໍານວນທີ່ສໍາຄັນ ເພື່ອຊ່ວຍໃນການຂີດຂຽນໄດ້ດີຍິ່ງຂຶ້ນ. ໃນບໍ່ດົນມານີ້ ກະຊວງພວກເຮົາແມ່ນໄດ້ຖືກມອບໝາຍໃຫ້ເປັນໃຈກາງໃນການປະສານງານ ເພື່ອຫັນປະເທດໄປສູ່ທັນສະໄໝດ້ວຍລະບົບດິຈິຕອນ, ຊຶ່ງໜຶ່ງໃນຍຸດທະສາດທີ່ສໍາຄັນທີ່ສຸດທີ່ພວກເຮົາຈະຕ້ອງເຮັດກໍຄື “ການລົບລ້າງໄພກືກດິຈິຕອນ” ໂດຍການໂຄສະນາປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ຢ່າງເລິກເຊິ່ງ. ຕອນທ້າຍ ທ່ານຍັງຮຽກຮ້ອງໃຫ້ນັກສໍາມະນາກອນເອົາໃຈໃສ່ໃນການຝຶກ ດ້ວຍລັກສະນະເປັນກັນເອງ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນໃນຂະບວນການລຶບລ້າງໄພກືກດິຈິຕອນ ແລະ ເຊື້ອໝັ້ນວ່າ ຈະມີຜົນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ແກ່ຜູ້ເຂົ້າຮ່ວມ.

ຊຸດຝຶກອົບຮົມດັ່ງກ່າວໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2023, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງ ກຕສ ແລະ ຈະໄດ້ດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສໍາເລັດ ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ຄວາມໝາຍ ແລະ ຄວາມສໍາຄັນ ຂອງວຽກງານປະຊາສໍາພັນ, ສິ່ງທ້າທາຍ ແລະ ສິ່ງຈໍາເປັນໃນການປະຊາສໍາພັນ, ຫຼັກການພື້ນຖານການຂຽນຂ່າວ, ນິຍາມຂອງຄໍາວ່າຂ່າວ, ພາລະບົດບາດ ແລະ ໜ້າທີ່ຂອງສື່ມວນຊົນ, ການຕັ້ງຫົວຂໍ້ຂ່າວເພື່ອດຶງດູດຄວາມສົນໃຈ, ເຕັກນິກພື້ນຖານການນໍາໃຊ້ກ້ອງຖ່າຍຮູບ ແລະ ປັບແຕ່ງຮູບພາບ, ການເລືອກຮູບພາບປະກອບຂ່າວ, ການນໍາສະເໜີສື່ຂອງກະຊວງ ແລະ ການສ້າງຈຸດປະສານງານ ເພື່ອໂຄສະນາປະຊາສໍາພັນວຽກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ. ນອກຈາກນັ້ນ, ຍັງຈະໄດ້ແບ່ງກຸ່ມສົນທະນາແລກປ່ຽນຄໍາຄິດເຫັນລະຫວ່າງນັກສໍາມະນາກອນດ້ວຍກັນ ແລະ ນັກວິທະຍາກອນ ພ້ອມທັງປະຕິບັດຕົວຈິງຕື່ມອີກ.

ພາບ ແລະ ຂ່າວ: ພະແນກປະຊາສໍາພັນ

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE