ກອງປະຊຸມກາງສະໄໝ ຂອງ ໜ່ວຍພັກຫ້ອງການ ກຕສ ສະໄໝທີ II ໄດ້ຮັບຜົນສໍາເລັດຢ່າງຈົບງາມ

15/06/2023

ກອງປະຊຸມກາງສະໄໝ ຂອງ ໜ່ວຍພັກຫ້ອງການ ກຕສ ສະໄໝທີ II ໄດ້ຮັບຜົນສໍາເລັດຢ່າງຈົບງາມ

ເພື່ອເປັນການຕີລາຄາທົບທວນຄືນການນຳພາຈັດຕັ້ງປະຕິບັດບັນດາທິດທາງ, ແຜນການ ແລະ ຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດອອກໃນກາງສະໄໝຜ່ານມາ, ເພື່ອກວດກາຄວາມຮັບຜິດຊອບການເມືອງຂອງຄະນະໜ່ວຍພັກ ແລະ ດຳເນີນຊີວິດການເມືອງຕຳນິຕິຊົມ ເຊິ່ງກັນ ແລະ ກັນພາຍໃນໜ່ວຍພັກ.

ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2023, ໜ່ວຍພັກຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ດໍາເນີນກອງປະຊຸມກາງສະໄໝ II ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພູຂົງ ຈິດຮູບໂລກ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າກົມຈັດຕັ້ງ-ພະນັກງານ, ກົມກວດກາ ແລະ ສະມາຊິກພັກໜ່ວຍພັກຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສະຫາຍ ພູຂົງ ຈິດຮູບໂລກ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກຫ້ອງການ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ກາງສະໄໝ ແລະ ທິດທາງແຜນການທ້າຍສະໄໝ ຂອງ ໜ່ວຍພັກຫ້ອງການ. ພ້ອມນັ້ນ, ສະຫາຍ ວະລະໄຊ ດາລາລອຍ ຮອງເລຂາໜ່ວຍພັກຫ້ອງການ ກໍໄດ້ຂຶ້ນຜ່ານບົດສຳຫຼວດການນຳພາ-ຊີ້ນຳລວມ ຂອງ ຄະນະໜ່ວຍພັກຫ້ອງການ. ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກພັກ ຕໍ່ເນື້ອໃນເອກະສານດັ່ງກ່າວເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.ພ້ອມນັ້ນ, ຍັງໄດ້ດຳເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນຂອງຄະນະໜ່ວຍ ແລະ ສະເໜີຜ່ານບົດສຳຫຼວດບຸກຄົນຄະນະໜ່ວຍພັກ.

ໂອກາດອັນສະຫງ່າລາສີຄັ້ງນີ້, ກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງ ໜ່ວຍພັກຫ້ອງການ ໃນໄລຍະກາງສະໄໝທີ່ຜ່ານມາ, ພ້ອມທັງເນັ້ນໜັກຕໍ່ຄະນະໜ່ວຍພັກ ແລະ ສະມາຊິພັກທຸກສະຫາຍ ຈົ່ງຮັກສາມູນເຊື້ອຄວາມສາມັກຄີ, ມູນເຊື້ອອັນພິລະອາດຫານ, ສືບຕໍ່ພາລະກຳທີ່ເປັນປະຫວັດສາດຂອງຊາດ, ສຸມທຸກເຫື່ອແຮງ, ສະຕິປັນຍາ, ກໍາລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອແບກຫາບພາລະກິດອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໄດ້ມອບໝາຍໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

ຂ່າວ-ພາບ: ພະແນກປະຊາສຳພັນ

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE