ກອງ​ປະ​ຊຸມເຈົ້້າໜ້າທີ່ອາວຸໂສດິຈິຕອນ ອ​າ​ຊຽນ ຄັ້ງທີ 02 ປະຈຳປີ 2023, ກອງປະຊຸມສະພາດັດສົມໂທລະຄົມມະນາຄົມ ອາຊຽນ ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມທີ່ປະເທດອິນໂດເນເຊຍ

25/10/2023

ກອງ​ປະ​ຊຸມເຈົ້້າໜ້າທີ່ອາວຸໂສດິຈິຕອນ ອ​າ​ຊຽນ ຄັ້ງທີ 02 ປະຈຳປີ 2023, ກອງປະຊຸມສະພາດັດສົມໂທລະຄົມມະນາຄົມ ອາຊຽນ ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມທີ່ປະເທດອິນໂດເນເຊຍ

ໃນລະຫວ່າງວັນທີ 19 - 26 ສິງຫາ 2023 ນີ້, ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ ຄັ້ງທີ 02 ປະຈຳປີ 2023(the 2nd ADGSOM-ATRC Leader Retreat 2023), ກອງປະຊຸມສະພາດັດສົມໂທລະຄົມມະນາຄົມ ອາຊຽນ ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ (29th ASEAN Telecommunication Regulators’ Council (ATRC) and Related Meetings)  ທີ່ ບາຫຼີ,  ປະເທດ ອິນໂດເນເຊຍ.

ໃນກອງປະຊຸມໄດ້ຮັບຟັງລາຍງານຜົນສຳເລັດຂອງກອງປະຊຸມ​ຄະນະ​ຮັບຜິດຊອບວຽກງານຄວາມປອດໄພໄຊເບີ ​ອາ​ຊຽນ ຄັ້ງ​ທີ 14 (14th ASEAN Network Security Action Council (ANSAC)), ກອງປະຊຸມການປົກປ້ອງຂໍ້ມູນ ສ່ວນບຸກຄົນຂອງອາຊຽນ ຄັ້ງທີ 06 ປີ 2023 (the 6th ASEAN Data Privacy and Protection Forum (ADPPF) 2023), ກອງປະຊຸມຄະນະກຳມະການຍ່ອຍດ້ານວຽກງານຄຸ້ມຄອງຄື້ນຄວາມຖີ່ ຄັ້ງທີ 13 (the 13th Sub Working Group on Spectrum Management (SSM)) ແລະ ທົບທວນຄືນການຜັນຂະຫຍາຍແຜນແມ່ບົດດິຈິຕອນ ອາຊຽນ 2025 (ADM 2025) ເຊັ່ນ: ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດິຈິຕອນ ອາຊຽນ 2025, ລະບຽບການ ແລະ ນະໂຍບາຍວຽກງານດັດສົມໂທລະຄົມມະນາຄົມຂອງບັນດາປະເທດສະມາຊິກອາຊຽນ, ສະຖານະພາບຂອງກອງທຶນອາຊຽນ ໄອຊີທີ (AICTF) ແລະ ການຈັດຕັ້ງປະຕິບັດກິດຈະກຳອາຊຽນຂອງ ສົກປີ 2023.

ສຳລັບກິດຈະກຳອາຊຽນ ໃນສົກປີ 2023, ມີທັງໝົດ 13 ກິດຈະກຳ ໃນນັ້ນ, ສປປ ລາວ ໄດ້ຈັດຕັ້ງປະຕິບັດ 02 ກິດຈະກຳ ຄື: 1. ການກຳນົດທາງເລືອກທາງດ້ານນະໂຍບາຍເພື່ອປັບປຸງການດຶງດູດການລົງທຶນ ຊຶ່ງຮັບຜິດຊອບໂດຍຫ້ອງການ ກະຊວງ (ກິດຈະກຳດັ່ງກ່າວແມ່ນໄດ້ຖືກອະນຸມັດເຂົ້າໃນແຜນວຽກທີ່ເປັນບູລິມະສິດຂອງເຈົ້າໜ້າທີ່ອາວຸໂສ (ADGSOM-ATRC) ສຳລັບສົກປີ 2023); 2. ການສຶກສາກ່ຽວກັບການກຳນົດຕົວຕົນດິຈິຕອນໃນ ອາຊຽນ ຊຶ່ງຮັບຜິດຊອບໂດຍສູນ ບໍລິຫານລັດດິຈິຕອນ (ກອງປະຊຸມສະໜັບສະໜູນ ສປປ ລາວ ທີ່ໄດ້ສະເໜີເອົາກິດຈະກຳ ດັ່ງກ່າວເຂົ້າໃນແຜນວຽກທີ່ເປັນ ບູລິມະສິດຂອງເຈົ້າໜ້າທີ່ອາວຸໂສ ສຳລັບສົກປີ 2024); ກອງປະຊຸມຍັງໄດ້ປຶກສາຫາລື​​ກິດຈະກຳ ໃນສົກປີ 2024 ສປປ ລາວ ໄດ້ຮັບພິຈາລະນາ 01 ກິດຈະກຳ ຄື: ຄວາມເຂົ້າໃຈກ່ຽວກັບ ຕົວຂັບເຄື່ອນດິຈິຕອນຂອງການລົງທຶນ ເຂົ້າໃນອຸດສາຫະກຳການຜະລິດ ແລະ ການບໍລິການຂອງອາຊຽນ ຮັບຜິດຊອບໂດຍຫ້ອງການກະຊວງ.

ນອກຈາກນີ້, ບັນດາປະເທດອາຊຽນ ຍັງໄດ້ປຶກສາຫາລືການຮ່ວມມືກັບປະເທດຄູ່ຮ່ວມ ໂດຍສະເພາະແມ່ນ ຄວາມຄືບໜ້າການກະກຽມ ຮ່າງເນື້ອໃນ MOU ອາຊຽນ-ຈີນ ແລະ ອາຊຽນ-ໄອທີຢູ ທີ່ມີແຜນຈະໃຫ້ສຳເລັດ ແລະ ຖືກຮັບຮອງໃນກອງປະຊຸມລັດຖະມົນຕີດິຈິຕອນອາຊຽນ ຄັ້ງທີ 04 ທີ່ຈະມາເຖິງໃນຕົ້ນປີ 2024. ພ້ອມດຽວກັນນ້ັນ, ຍັງໄດ້ປຶກສາຫາລື ກ່ຽວກັບການສະເໜີຂອງລັດເຊຍເພື່ອເຂົ້າເປັນຄູ່ຮ່ວມ ກັບອາຊຽນ ກ່ຽວກັບຮ່າງເອກະສານຈຸດປະສົງເບື້ອງຕົນ ແລະ ຄວາມເປັນໄປໄດ້ຂອງການຮ່ວມມື ລະຫວ່າງເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ ແລະ ສະຫະພັນຣັດເຊຍ.

ກອງປະຊຸມເຫັນດີເປັນເອກະພາບ ທີ່ຈະນຳສະເໜີກິດຈະກຳທີ່ເປັນບູລິມະສິດ ໃນກອງປະຊຸມ ລັດຖະມົນຕີ ດິຈິຕອນ ອາຊຽນ ຄັ້ງທີ 4 (4th ADGMIN) ທີ່ສິງກະໂປ ເພື່ອການຮັບຮອງ ລວມທັງໝົດ 06 ກິດຈະກຳ. ໃນນັ້ນ, ມີກິດຈະກຳຂອງ ສປປ ລາວ ທີ່ໄດ້ຮັບພິຈາລະນາຈຳນວນ 02 ກິດຈະກຳ ຄື: ຄວາມເຂົ້າໃຈ ກ່ຽວກັບຕົວຂັບເຄື່ອນດິຈິຕອນຂອງການລົງທຶນເຂົ້າໃນ ອຸດສາຫະກຳການຜະລິດ ແລະ ການບໍລິການຂອງ ອາຊຽນ (ຫ້ອງການກະຊວງ) ແລະ ການສ້າງມາດຕະຖານເພື່ອແລກປ່ຽນຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານໄພພິບັດໃນພາກພື້ນອາຊຽນ (ສູນບໍລິຫານລັດດິຈິຕອນ)

ກອງປະຊຸມເຫັນດີເປັນເອກະພາບ ໃນການເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ ອາວຸໂສ ດິຈິຕອນ ອາຊຽນ ຄັ້ງທີ 2 ແລະ ກອງປະຊຸມສະພາດັດສົມໂທລະຄົມມະນາຄົມ ອາຊຽນ ຄັ້ງທີ 30​ (30th ATRC) ໃນຄ້ັງຕໍ່ໄປ ປະຈຳປີ 2024 ໂດຍການເປັນເຈົ້າພາບຂອງ ສປປ ລາວ, ຄາດຄະເນວ່າຈະຈັດຂຶ້ນໃນລະຫວ່າງເດືອນຕຸລາ 2024 ທີ່ນະຄອນຫຼວງວຽງຈັນ.

ຂ່າວ​ໂດຍ:    ພະ​ແນກ​ອາ​ຊຽນ, ຫ້ອງການກະຊວງ.      

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE