ການເຂົ້າຮ່ວມກອງປະຊຸມຄະນະປະຕິບັດການຮ່ວມ ເຈົ້າໜ້າທີ່ອະວຸໂສດິຈິຕອນອາຊຽນ - ເຈົ້າໜ້າທີ່ດັດສົມໂທລະຄົມອາຊຽນ Anchorແລະ ກອງປະຊຸມກ່ຽວຂ້ອງກັບ ປະເທດຄູ່ຮ່ວມ, ອົງການໂທລະຄົມມະນາຄົມອາຊີປາຊີຟິກ ແລະ ສະຫະພາບໂທລະຄົມມະນາຄົມສາກົນ (The 2023 ADGSOM – ATRC Joint Working Group Me

24/08/2023

ການເຂົ້າຮ່ວມກອງປະຊຸມຄະນະປະຕິບັດການຮ່ວມ ເຈົ້າໜ້າທີ່ອະວຸໂສດິຈິຕອນອາຊຽນ - ເຈົ້າໜ້າທີ່ດັດສົມໂທລະຄົມອາຊຽນ Anchorແລະ ກອງປະຊຸມກ່ຽວຂ້ອງກັບ ປະເທດຄູ່ຮ່ວມ,  ອົງການໂທລະຄົມມະນາຄົມອາຊີປາຊີຟິກ ແລະ ສະຫະພາບໂທລະຄົມມະນາຄົມສາກົນ (The 2023 ADGSOM – ATRC Joint Working Group Me

ເມື່ອບໍ່ດົນມານີ້, ທ່ານ ນ. ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ພ້ອມດ້ວຍຄະນະ ໄດ້ເຂົ້້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ ແລະ ສະພາດັດສົມໂທລະຄົມມະນາຄົມອາຊຽນ ແລະ ກອງປະຊຸມກ່ຽວຂ້ອງກັບ ປະເທດຄູ່ຮ່ວມ,  ອົງການໂທລະຄົມມະນາຄົມອາຊີປາຊີຟິກ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ທີ່ຮ່າໂນ້ຍ, ສສ ຫວຽດນາມ ໂດຍການເປັນເຈົ້າພາບຂອງ ສສ ຫວຽດນາມ.

ກອງເລຂາອາຊຽນໄດ້ລາຍງານຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ ຄັ້ງທີ 01 ປະຈຳປິ 2023 (1st ADGSOM-ATRC LeadersRetreat 2023) ທີ່ໄດ້ຈັດຂຶ້ນໃນເດືອນມີນາ 2023 ທີ່ ນະຄອນຫຼວງຈາກາຕ້າ, ປະເທດ ອິນໂດເນເຊຍ ແລະ ທົບທວນຄືນການຜັນຂະຫຍາຍແຜນແມ່ບົດ ດິຈິຕອນ ອາຊຽນ 2025 (ADM 2025) ພ້ອມກັບເປັນການປຶກສາຫາລືບັນຫາທີ່ສຳຄັນຕ່າງໆເພື່ອກະກຽມໃຫ້ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມ ລັດຖະມົນຕີ ດິຈິຕອນ ອາຊຽນ.

ບັນດາປະເທດສະມາຊິກອາຊຽນ ໄດ້ລາຍງານຄວາມຄືບໜ້າກິດຈະກຳ ໃນສົກປີ 2023, ມີທັງໝົດ 13 ກິດຈະກຳທີ່ໄດ້ຮັບຮອງ ໃນກອງປະຊຸມ ADGMIN ຄັ້ງທີ 03 ໃນເດືອນ ກຸມພາ 2023 ທີ່ຜ່ານມາ. ໃນນັ້ນ ສປປ ລາວ ໄດ້ຮັບ 02 ກິດຈະກຳ ຄື: 1. ການກຳນົດທາງເລືອກທາງດ້ານນະໂຍບາຍເພື່ອປັບປຸງການດຶງດູດການລົງທຶນ (ກິດຈະກຳດັ້ງກ່າວແມ່ນໄດ້ຖືກອະນຸມັດເຂົ້າໃນແຜນວຽກທີ່ເປັນບູລິມະສິດຂອງເຈົ້າໜ້າທີ່ອາວຸໂສ (ADGSOM-ATRC) ສຳລັບສົກປີ 2023); 2. ການສຶກສາກ່ຽວກັບການກຳນົດຕົວຕົນດິຈິຕອນໃນ ອາຊຽນ (ສປປ ລາວ ໄດ້ສະເໜີເຂົ້າເປັນແຜນວຽກກິດຈະກຳທີ່ເປັນ ບູລິມະສິດຂອງເຈົ້າໜ້າທີ່ອາວຸໂສ (ADGSOM-ATRC) ສຳລັບສົກປີ 2024 ແລະ ສະເໜີເປັນ ແຜນວຽກບູລິມະສິດໃນໄລຍະທີ່ ສປປ ລາວ ຈະເປັນປະທານອາຊຽນ 2024.

ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືບັນດາບົດສະເໜີກິດຈະກຳອາຊຽນ ສົກປີ 2024 ຊຶ່ງມີທັງໝົດ 15 ກິດຈະກຳ. ໃນນັ້ນ, ສປປ ລາວ ໄດ້ສະເໜີ 01 ກິດຈະກຳ ຫົວຂໍ້ ‘‘ຄວາມເຂົ້າໃຈກ່ຽວກັບຕົວຂັບເຄື່ອນດິຈິຕອນຂອງການລົງທຶນເຂົ້າໃນອຸດສາຫະກໍາການຜະລິດ ແລະ ການບໍລິການຂອງອາຊຽນ’’ ຊຶ່ງຫົວຂໍ້ນີ້ຈະໄດ້ສະເໜີເຂົ້າເປັນໜຶ່ງໃນເນື້ອໃນສຳຄັນເພື່ອລາຍງານໃນກອງປະຊຸມລັດຖະມົນຕີດີຈິຕອນອາຊຽນ 2024 ທີ່ສິງກະໂປ.

ສຳລັບກອງປະຊຸມຮ່ວມກັບບັນດາປະເທດຄູ່ຮ່ວມ, ອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ແມ່ນໄດ້ຟັງການລາຍງານການຈັດຕ້ັ້ງປະຕິບັດວຽກງານຮ່ວມມືໄລຍະຜ່ານມາ ພ້ອມທັງສືບຕໍ່ແຜນການຮ່ວມມືໃນຕໍ່ໜ້າ ໂດຍມີບາງເນື້ອໃນພົ້ນເດັ່ນ ເພື່ອປຶກສາຫາລືເຊັ່ນ:

(1)ແຜນການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ASEAN-ສປ ຈີນ ແລະ ບັນດາແຜນການຮ່ວມມື ໃນສົກປີ 2023-2024 ທີ່ລວມມີແຜນກິດຈະກຳການຮ່ວມມືດ້ານເສດຖະກິດດິຈິຕອນ; (2) ແຜນການສຶບຕໍ່ຊຸກຍູ້ສູນຝຶກອົບຮົມວຽກງານຄວາມປອດໄພທາງໄຊເບີ ຮ່ວມ ລະຫວ່າງ ASEAN-ຍີ່ປຸ່ນ ແລະ ບັນດາແຜນການຮ່ວມມື ໃນປີສະເຫຼີມສະຫຼອງ 50 ປີສາຍພົວພັນ ASEAN-Japan ຂອງຂະແໜງການ; (3)ແຜນການຮ່ວມມື ລະຫວ່າງ ASEAN-ສ.ເກົາຫຼີ ທີ່ມີຫຼາຍກິດຈະກຳ ໂດຍທີ່ ກະຊວງ ຕສ, ສປປ ລາວ ກໍ່ໄດ້ເຂົ້າຮ່ວມຫຼາຍກິດຈະກຳ; (4) ແຜນສຶບຕໍ່ກິດຈະກຳສຳມະນາ, ຝຶກອົບຮົມ ແລະ ສຶກສາ ການສ້າງດັດສະນີດິຈິຕອນ ອາຊຽນ ADIX – ASEAN Digital Index ຮ່ວມກັບ EU;(5) ບັນດາແຜນວຽກບູລິມະສິດ ຂອງ ສະຫະພາບໂທລະຄົມມະນາຄົມສາກົນ ທີ່ລວມມີການສົ່ງເສີມບົດບາດຄວາມສະເໝີພາບ ຍິງ-ຊາຍ ໃນຂະແໜງການ ແລະ ຄຳແນະນຳກ່ຽວກັບການຫັນເປັນດິຈິຕອນ ຂອງພາກລັດ;(6) ຮັບຟັງແຜນການ ຮ່າງແຜນຍຸດທະສາດ ສົກປີ 2024-2026 ຂອງອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ ທີ່ ມີ ກະຊວງ ຕສ, ສປປ ລາວ ຕ່າງໜ້າ ເປັນປະທານຄະນະຄົ້ນຄວ້າຂອງຮ່າງແຜນດັ່ງກ່າວ;(7) ພ້ອມກັບ ແຜນການຮ່ວມມື ທາງດ້ານ ດິຈິຕອນ ແລະ ICT ປະຈຳປີ ຮ່ວມກັບ ອິນເດຍ ແລະ ສະຫະລັດ ອາເມລິກາ.

ຂ່າວໂດຍ:    ພະແນກອາຊຽນ, ຫ້ອງການກະຊວງ.      

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE