ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກິດຈະກໍາກິລາບານເຕະ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ

06/03/2024

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກິດຈະກໍາກິລາບານເຕະ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ

ໃນຕອນແລງຂອງວັນທີ 1 ມີນາ 2024 ຜ່ານມານີ້, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກິດຈະກໍາກິລາບານເຕະມິດຕະພາບພາຍໃນຫ້ອງການຕົນຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງເລຂາໜ່ວຍພັກ, ກຳມະການພັກ, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ ເປັນຕົນແມ່ນ: ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຫ້ອງການ, ກອງປະຊຸມໃຫຍ່ຂອງອົງການຈັດຕັ້ງມະຫາຊົນ, ວັນແມ່ຍິງສາກົນ ຄົບຮອບ 114 ປີ ແລະ ວັນສໍາຄັນອື່ນໆ. ພ້ອມນັ້ນ, ກໍເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງລະຫວ່າງອ້າຍ, ເອື້ອຍ, ນ້ອງ ພະນັກງານພາຍໃນຫ້ອງການ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ກິດຈະກໍາບານເຕະໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ປະເພດແຂ່ງຂັນຄື: ປະເພດບານເຕະຍິງ ແລະ ບານເຕະຊາຍ ຊຶ່ງກິດຈະກໍາຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດຄຶກຄື້ນ, ມ່ວນຊື່ນ ແລະ ເຕັມໄປທັງຮອຍຍິ້ມ ສຽງຫົວ ທັງໄດ້ສ້າງໂອກາດໃນການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນອີກດ້ວຍ.

 

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE