ກອງປະຊຸມໃຫຍ່ ຄ້ັງທີ II ຂອງ ກຳມະບານຮາກຖານ ຫ້ອງການ ກຕສ

18/03/2024

ກອງປະຊຸມໃຫຍ່ ຄ້ັງທີ II ຂອງ ກຳມະບານຮາກຖານ ຫ້ອງການ ກຕສ

ກຳມະບານຮາກຖານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນວັນທີ 15 ມີນາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ) ໂດຍໃຫ້ກຽດເຂົ້າຮ່ວມເປັນ​ຄະນະປະທານ​ຂອງ ສະຫາຍ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ສະຫາຍ ສຸດ​ໃຈ ພິມ​ມະ​ສີ ປະທານ​ສະຫະພັນກໍາມະບານ ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ສື່ສານ, ສະຫາຍ ນາງ ພາວັນນາ ດວງບຸບຜາ ປະທານກຳມະບານຮາກຖານຫ້ອງການ, ​ມີເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນແມ່ຍິງ ແລະ ສະມາຊິກພັກກຳມະບານພາຍໃນຫ້ອງການ ​ເຂົ້າ​ຮ່ວມ​ທັງ​ໝົດ 54 ສະຫາຍ, ຍິງ 32 ສະຫາຍ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ນາງ ພາວັນນາ ດວງບຸບຜາ ໄດ້ຂຶ້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບຕີລາຄາຜົນງານການເຄື່ອນໄຫວນໍາພາຈັດຕັ້ງປະຕິບັດວຽກງານ ໄລຍະປີ 2021-2024 ແລະ ທິດທາງແຜນການໃນຕໍ່ໜ້າ (2026-2030) ຂອງກຳມະບານຮາກຖານຫ້ອງການ. ພ້ອມນັ້ນ, ສະຫາຍ ແສນທະວີ ຈະຕຸພອນ ກຳມະການ ກຳມະບານຮາກຖານຫ້ອງການ ກໍໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາ ແລະ ຄະນະຊຸດເກົ່າກໍໄດ້ຂຶ້ນກ່າວອໍາລາໜ້າທີ່. ໃນວາລະກອງປະຊຸມ ຍັງໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ຜົນງານດີເດັ່ນ ປະຈຳປີ 2023 ຂອງຮາກຖານກຳມະບານຫ້ອງການ ຈໍານວນທັງໝົດ 74 ສະຫາຍ.

ໂອກາດອັນສະຫງ່າລາສີນີ້, ສະຫາຍ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຫ້ອງການ ກໍໄດ້ມີຄໍາເຫັນສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ກຳມະບານຮາກຖານ ຫ້ອງການ ຊຶ່ງເປັນການຢັ້ງຢືນເຖິງການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ທັງເປັນການຕອບສະໜອງຄວາມມຸ້ງໝັ້ນປາຖະໜາ ຂອງສະມາຊິກກຳມະບານ, ພະນັກງານ-ລັດຖະກອນຂອງຫ້ອງການ ທີ່ຈະໄດ້ມີການປັບປຸງການຈັດຕັ້ງກຳມະບານຮາກຖານ ແລະ ເລືອກຕັ້ງເອົາບຸກຄະລາກອນເຂົ້າມາເປັນ ຄະນະກໍາມະບານຮາກຖານ ຊຸດໃໝ່ ເພື່ອໃຫ້ຮັບປະກັນການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ມີຜົນສຳເລັດເປັນຢ່າງດີ.

ຫຼັງຈາກນັ້ນ, ບັນດາສະມາຊິກກຳມະບານ ກໍໄດ້ໃຊ້ສິດປະຊາທິປະໄຕ ເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງຈໍານວນ 07 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານໄດ້ເຫັນດີເປັນເອກະສັນເລືອກເອົາຄະນະຮາກຖານກຳມະບານຊຸດໃໝ່ຈໍານວນ 05 ສະຫາຍ ຄື: ສະຫາຍ ຫັດສະດີ ພາລິຂັນ ເປັນປະທານ, ສະຫາຍ ນາງ ເພັດສະດາພອນ ຫອມພະຈັນ ຮອງປະທານ ແລະ ເປັນປະທານກວດກາ, ສະຫາຍ ແສນທະວີ ຈະຕຸພອນໄຊ ຮອງປະທານ, ສະຫາຍ ນາງ ດາລຸນ ອິນທະຣາດ ແລະ ສະຫາຍ ອາດຕາ ໂງ່ນພະຈັນ ເປັນກຳມະການ.

ຕອນທ້າຍຂອງກອງປະຊຸມ, ສະຫາຍ ສຸດໃຈ ພິມມະສີ ປະທານສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມ ແລະ ໃຫ້ກຽດໂອ້ລົມຕໍ່່ກອງປະຊຸມໃຫຍ່ ຄັ້ງທີ II ຂອງກຳມະບານຮາກຖານຫ້ອງການ ຊຶ່ງໄດ້ຈັດຕັ້ງຂຶ້ນໃນທ່າມກາງບັນຍາກາດ ແຫ່ງຄວາມປິຕິຍິນດີຂອງສະມາຊິກກຳມະບານພາຍໃນຫ້ອງການ ເພື່ອສຸມຈິດສຸມໃຈ ອອກແຮງແຂ່ງຂັນກັນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກຕສ  ແລະ ກອງປະຊຸມ ຄັ້ງທີ II ຂອງໜ່ວຍພັກຫ້ອງການ ເວົ້າລວມ, ເວົ້າສະເພາະ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງ ສະຫະພັນກຳມະບານ ກຕສ ໃຫ້ປາກົດຜົນເປັນຈິງ. ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກກຳມະບານທຸກສະຫາຍ ເອົາໃຈໃສ່ປະຕິບັດສອງໜ້າທີ່ຍຸດທະສາດຂອງຊາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນກົງຈັກເຄື່ອນໄຫວວຽກງານຕາມທິດທາງຂອງພັກ ແລະ ກົນໄກຂອງລັດ, ຄ່ຽງຄູ່ໄປກັບການປະຕິບັດໜ້າທີ່ເປັນເສນາທິການ ໃຫ້ຄະນະພັກກະຊວງ, ຄະນະໜ່ວຍພັກ, ຄະນະສະຫະພັນກຳມະບານກະຊວງ ໄດ້ເຮັດບົດບາດ ໃນການເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງກຳມະບານລາວ ບັນດາເຜົົ່າ ເວົ້າລວມ, ເວົ້າສະເພາະ ກໍແມ່ນກຳມະບານໃນຂົງເຂດ ກຕສ ກໍຄື ຫ້ອງການ, ພ້ອມທັງເປັນເຈົ້າການ ເຕົ້າໂຮມຄວາມສາມັກຄີ ແລະ ເປັນເຈົ້າການໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຍຸດທະສາດຂອງພັກ-ລັດ ໄດ້ເປັນຢ່າງດີ.

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE