ສໍາເລັດກອງປະຊຸມໃຫຍ່ ສະຫະພັນແມ່ຍິງຮາກຖານ ຫ້ອງການ ຄັ້ງທີ III

18/03/2024

ສໍາເລັດກອງປະຊຸມໃຫຍ່ ສະຫະພັນແມ່ຍິງຮາກຖານ ຫ້ອງການ ຄັ້ງທີ III

ສະຫະພັນແມ່ຍິງຮາກຖານຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນ ໃນຕອນເຊົ້າຂອງວັນທີ 18 ມີນາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກຕສ (ເຂດສີສະເກດ). ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ສະຫາຍ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ສະຫາຍ ນາງ ເກສອນ ສຸລິວົງ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກຕສ, ສະຫາຍ ນາງ ຈັນອົບ ສີຫາລາດ ປະທານສະຫະພັນແມ່ຍິງຮາກຖານຫ້ອງການ, ມີເລຂາໜ່ວຍຊາວໜຸ່ມ ແລະ ຕາງໜ້າປະທານກຳມະບານຮາກຖານຫ້ອງການ, ຊຶ່ງມີຜູ້ຕາງໜ້າຈາກບັນດາສະຫະພັນແມ່ຍິງຮາກຖານບັນດາກົມ/ທຽບເທົ່າ ແລະ ສະມາຊິກ ສະຫະພັນແມ່ຍິງຮາກຖານຫ້ອງການ ເຂົ້າຮ່ວມ ຈໍານວນ 48 ສະຫາຍ.

          ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການຜ່ານບົດລາຍງານການເມືອງ, ບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 05 ປີຜ່ານມາ (2021-2025) ແລະ ວາງທິດທາງແຜນການ ໃນ 05 ປີຕໍ່ໜ້າ (2026-2030). ຊຶ່ງໃນໄລຍະຜ່ານມາ ຄະນະສະຫະພັນຮາກຖານແມ່ຍິງຫ້ອງການ ໄດ້ນຳພາ-ຊີ້ນໍາວຽກງານຮອບດ້ານ ເຮັດໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງມີຄວາມເຂັ້ມແຂງຂຶ້ນ ແລະ ມີຄວາມກ້າວໜ້າປະກອບສ່ວນສ້າງຜົນງານລວມຂອງຫ້ອງການ, ພາຍໃນຄະນະ ເພື່ອນຳພາຈັດຕັ້ງປະຕິບັດແຕ່ລະດ້ານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໂດຍສະເພາະການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ, ສະເຫຼີມສະຫຼອງວັນແມ່ຍິງສາກົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ, ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ວັນເດັກນ້ອຍສາກົນ ດ້ວຍຫຼາຍຮູບການ ບໍ່ວ່າຈະເປັນການເຂົ້າຮ່ວມທັດສະນະສຶກສາ, ແລກປ່ຽນບົດຮຽນວຽກງານວິຊາສະເພາະ ຮ່ວມກັບຂະແໜງການອື່ນ ເພື່ອນໍາເອົາຄວາມຮູ້, ຄວາມສາມາດ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການໃຊ້ສິດເລືອກຕັ້ງເອົາບຸກຄະລາກອນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ມີມາດຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄສາມາດມາດໃນການນຳພາ-ຊີ້ນຳ ສະຫະພັນແມ່ຍິງຮາກຖານຫ້ອງການໃນສະໄໝຕໍ່ໄປ. ໂດຍມີຜູ້ລົງສະໝັກເລືອກຕັ້ງທັງໝົດ 08 ສະຫາຍ, ເລືອກໄດ້ 05 ສະຫາຍ ຄື: ສະຫາຍ ນາງ ຈັນອົບ ສີຫາລາດ ເປັນປະທານ, ສະຫາຍ ນາງ ນຸດຈັນເພັງ ຂັດຕິຍະ ເປັນຮອງປະທານ ແລະ ປະທານກວດກາ, ສະຫາຍ ນາງ ໂປລິນ ແພງປຣົມ ເປັນຮອງປະທານ, ສະຫາຍ ນ. ວົງພະຈັນ ຈັນທະສຸກ ແລະ ສະຫາຍ ນ. ສຸກດາວັນ ວົງວິຈິດ ເປັນກໍາມະການ.  

ໃນໂອກາດນີ້, ສະຫາຍ ນາງ ເກສອນ ສຸລິວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 05 ປີຜ່ານມາ, ພ້ອມທັງຊົມເຊີຍບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເປັນຄະນະສະຫະພັນແມ່ຍິງຮາກຖານຫ້ອງການຊຸດໃໝ່. ສະຫາຍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່, ຖືສໍາຄັນໃນການນຳພາ-ຊີ້ນຳທຸກວຽກງານ ແລະ ທຸກຂະບວນການ, ໃກ້ຊິດຕິດແທດກັບເອື້ອຍນ້ອງຍິງ ເພື່ອເປັນການເຕົ້າໂຮມຄວາມສາມັກຄີເອື້ອຍນ້ອງຍິງພາຍໃນຫ້ອງການ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເປັນປຶກແຜ່ນ, ມີຄວາມເປັນເອກະພາບສູງຕໍ່ທຸກໜ້າທີ່ວຽກງານ ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ, ພັດທະນາເອື້ອຍນ້ອງຍິງ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ, ຖືເອົາການປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍຕິດແໜ້ນກັບຂະບວນການເຄື່ອນໄຫວວຽກງານດ້ານວິຊາສະເພາະຂອງຕົນ ແລະ ໜ້າທີ່ການເມືອງທີ່ຄະນະໜ່ວຍພັກ ແລະ ສະຫະພັນແມ່ຍິງກະຊວງມອບໝາຍໃຫ້. ຄຽງຄູ່ກັບການປະກອບສ່ວນເຂົ້າໃນການຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດກັບແມ່ຍິງ, ຄອບຄົວ ແລະ ສັງຄົມໃຫ້ນັບມື້ນັບດີຂຶ້ນ, ເພີ່ມທະວີວຽກງານຕິດຕາມກວດກາ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງຮາກຖານຫ້ອງການ ໃຫ້ທົ່ວເຖິງ  ແລະ ຍົກສູງຄວາມຮູ້-ຄວາມສາມາດ ຂອງຜູ້ທີ່ເຮັດວຽກງານກວດກາແຕ່ລະຮາກຖານ, ກວດກາການປະຕິບັດກົດລະບຽບ, ກົດໝາຍຂອງແມ່ຍິງ ແລະ ກວດກາການປະຕິບັດມະຕິກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງກະຊວງ ແລະ ມະຕິກອງປະຊຸມຄົບຄະນະ ໃນແຕ່ລະປີ ເພື່ອແນ່ໃສ່ສົ່ງເສີມດ້ານດີ, ດ້ານຕັ້ງໜ້າ ແລະ ຊອກວິທີແກ້ໄຂຂໍ້ຄົງຄ້າງໃຫ້ທັນເວລາ.

ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ.

 

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE