ໜ່ວຍພັກຫ້ອງການ ກຕສ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ

04/06/2024

ໜ່ວຍພັກຫ້ອງການ ກຕສ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ

ໜ່ວຍພັກຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ໃນຕອນເຊົ້າຂອງວັນທີ 04 ມິຖຸນາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ ກຕສ (ເຂດສີສະເກດ), ໂດຍການເປັນປະທານຂອງ ສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ,  ມີບັນດາສະຫາຍເລຂາຮາກຖານ/ໜ່ວຍພັກ ຫ້ອງການ, ກົມ/ທຽບເທົ່າ ພາຍໃນກະຊວງ, ມີຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ສະມາຊິກພັກພາຍໃນໜ່ວຍພັກຫ້ອງການເຂົ້າຮ່ວມ 60 ກວ່າສະຫາຍ.

ໃນພິທີ, ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຫ້ອງການ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍ ການອະນຸມັດໃຫ້ເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຈໍານວນ 07 ສະຫາຍ, ຍິງ 04 ສະຫາຍ. ຊຶ່ງພວກກ່ຽວລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຫ້າວຫັນໃນການປະກອບສ່ວນທຸ້ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານວິຊາສະເພາະ ຕະຫຼອດຮອດວຽກງານທີ່ອົງການຈັດຕັ້ງມະຫາຊົນ ກໍຄື ການຈັດຕັ້ງແຕ່ລະຂັ້ນມອບໝາຍໃຫ້ ແລະ ຜ່ານການຕິດຕາມກໍ່ສ້າງຕາມລະບຽບຂອງພັກວາງອອກ.

ໂອກາດດຽວກັນນີ້, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ໄດ້ຂຶ້ນມອບມະຕິຕົກລົງດັ່ງກ່າວ ແລະ ປື້ມກົດລະບຽບພັກໃຫ້ແກ່ສະມາຊິກພັກສໍາຮອງໃໝ່. ພ້ອມນີ້, ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ ສະຫາຍສະມາຊິກພັກສໍາຮອງໃໝ່ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີ, ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເຊື່ອມຊຶມ, ຜັນຂະຫຍາຍ ມະຕິ, ຄໍາສັ່ງ ແລະ ລະບຽບຂອງພັກໃຫ້ລະອຽດ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ສອດຄ່ອງ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້. ພ້ອມນັ້ນ ກໍໃຫ້ສ້າງຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຫຼັງ, ເປັນກໍາລັງແຮງໜຶ່ງໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

ດາວໂຫຼດກາໝາຍ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ DE